ລັດຖະມົນຕີ ຍີ່ປຸ່ນ ໄດ້ປະດັບ ຫຼຽນໄຊ ຕາເວັນຂຶ້ນ ໃຫ້ແກ່ພົນລະເມືອງ ຫວຽດນາມ 2 ຄົນ
(VOVWORLD) - ພົນລະເມືອງ ຫວຽດນາມ 2 ຄົນ ທີ່ລັດຖະບານ ຍີ່ປຸ່ນ ປະດັບຫຼຽນໄຊ ຍ້ອນມີການອຸສິດສ່ວນອັນຍິ່ງໃຫຍ່ , ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ ມິດຕະພາບລະຫວ່າງສອງປະເທດ.
ທ່ານນາງ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດ ຫວຽດນາມ (ພາບ: VOV) |
ວັນທີ 6 ພະຈິກ, ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ຍີ່ປຸ່ນ ຫາກໍ່ປະກາດບັນຊີລາຍຊື່ສ່ວນບຸກຄົນ ທີ່ໄດ້ຮັບຫຼຽນໄຊ ຍາມລະດູໃບໄມ້ຫຼົ່ນ ປີ 2023. ພົນລະເມືອງ ຫວຽດນາມ 2 ຄົນ ທີ່ລັດຖະບານ ຍີ່ປຸ່ນ ປະດັບຫຼຽນໄຊ ຍ້ອນມີການອຸສິດສ່ວນອັນຍິ່ງໃຫຍ່ , ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ ມິດຕະພາບລະຫວ່າງສອງປະເທດ. ນີ້ ແມ່ນຈຳນວນໜ້ອຍຂອງບຸກຄົນທີ່ເປັນຊາວຕ່າງປະເທດ ເຊິ່ງໄດ້ຮັບຫຼຽນໄຊຈາກ ລັດຖະບານ ຍີ່ປຸ່ນ ໃນຄັ້ງນີ້. ນັ້ນແມ່ນ ທ່ານນາງ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ດວ່ານຊວັນຮຶງ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ.