ລັດຖະມົນຕີ ອາເມລິກາ ເດີນທາງເຖິງ ອິນໂດເນເຊຍ ເລີ່ມຕົ້ນການໄປປະຕິບັດງານຢູ່ ອາຊີ ຕາເວັນອອກສ່ຽງໃຕ້
(VOVWORLD) - ອາເມລິກາ ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບທີ່ຕັ້ງໃຈກາງຂອງ ອາຊຽນ. ຖັດຈາກອິນໂດເນເຊຍ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken. (ພາບ: Antaranews) |
ວັນທີ 13 ທັນວາ ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ເດີນທາງມາຮອດ ອິນໂດເນເຊຍ ຊື່ງແມ່ນປະເທດທຳອິດໃນການຢ້ຽມຢາມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຢ່າງງເປັນທາງການ ແຕ່ວັນທີ 13- 16 ທັນວາ. ທີ່ການພົບປະກັບປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນຕອນຄ່ຳວັນທີ 13 ທັນວາ ຢູ່ ນະຄອນຫລວງ ຈາກາຕາ, ທ່ານ Antony Blinken ສະແດງຄວາມໝັ້ນໝາຍຢ່າງແຮງ ຂອງອາເມລິກາ ສຳລັບ ອິນໂດເນເຊຍ ໃນການຮ່ວມມືສອງຝ່າຍ ແຕ່ຂົງເຂດເສດຖະກິດ,ພື້ນຖານໂຄງລ່າງຕະຫລອດຮອດສາທາລະນະສຸກ. ທີ່ການຖະແຫລງຂ່າວຫລັງການພົບປະ, Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ສະແດງຄວາມຫວັງ ສອງຝ່າຍອາດຈະຮ່ວມມືຢ່າງແຫນ້ນແຟ້ນໃນຂົງເຂດເສດຖະກິດ ພິເສດໃນການລົງທຶນ.
ທີ່ການພົບປະ, ອາເມລິກາ ຢັ້ງຢືນຄືນຄຳໝັ້ນສັນຍາສຳລັບທີ່ຕັ້ງໃຈກາງຂອງ ອາຊຽນ. ຖັດຈາກອິນໂດເນເຊຍ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ. ຕາມແຈ້ງການຂອງສະຖານທູດ ອາເມລິກາ ປະຈຳ ຈາກາຕາ, ການຢ້ຽມຢາມ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງນີ້ຂອງ ລັດຖະມົນຕີການຕ່າງປະເທດ ອາເມລິກາ ເພື່ອແນໃສ່ເພີ່ມທະວີການພົວພັນກັບບັນດາພັນທະມິດ ແລະຊຸກຍູ້ຄວາມເສລີໃນການເດີນເຮືອຢູ່ ທະເລຕາເວັນອອກ.