(vovworld) - ວັນທີ 22/5, ຢູ່ສຳນັກງານກະຊວງການຕ່າງປະເທດທີ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ໃຫ້ການຕ້ອນຮັບ ປະທານສະພາທີ່ປຶກສາກອງທຶນສັນຕິພາບໂລກ (ຫຼື IPF) ສະເດັດເຈົ້າ Alfred ຂອງ Liechtenstein ເຂົ້າຢ້ຽມຄຳນັບ. ການຢ້ຽມຢາມຫວຽດນາມ ຂອງທ່ານປະທານ Alfred ເພື່ອແນໃສ່ປຸກລະດົມບັນດາເຫດການ: “ສະພານເຊື່ອມແຫ່ງການໂອ້ລົມສົນທະນາ ມຸ້ງໄປເຖິງພື້ນຖານວັດທະນະທຳສັນຕິພາບ” (Bridges – Dialogue Towards a Culture of Peace) ຄັ້ງທີ 4 ຢູ່ອາຊຽນ, ຄາດວ່າຈະຈັດຂຶ້ນຢູ່ຫວຽດນາມໃນປີ 2012 -2013. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ເນັ້ນໜັກວ່າ: ການຈັດຕັ້ງບັນດາເຫດການ, ສ້າງການພົວພັນຮ່ວມມືອັນຍາວນານລະຫວ່າງບັນດາຜູ້ໄດ້ຮັບລາງວັນ Nobel ກັບກະຊວງການຕ່າງປະເທດເວົ້າສະເພາະ ແລະ ກັບຫວຽດນາມ ເວົ້າລວມ ຈະປະກອບສ່ວນເພີ່ມທະວີ, ໂຄສະນາບົດບາດ, ພາບພົດຂອງຫວຽດນາມ ກັບເພື່ອນມິດສາກົນ ກໍຄືຊຸກຍູ້ການຄົ້ນຄ້ວາວິທະຍາສາດໃນບັນດາຂົງເຂດຢູ່ຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ຢືນຢັນບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ສະແດງໃຫ້ເຫັນແຜນນະໂຍບາຍອັນຖືກຕ້ອງຂອງ ພັກ ແລະ ລັດ ຫວຽດນາມ ໃນພາລະກິດກໍ່ສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ໃນນະໂຍບາຍ ຫັນການພົວພັນສາກົນ ແລະ ການເຊື່ອມໂຍງເຂົ້າກັບສາກົນຮອບດ້ານຂອງຫວຽດນາມ ໃນໄລຍະປະຈຸບັນເປັນຫຼາຍຮູບຫຼາຍແບບ. ສະເດັດເຈົ້າ Alfred ກໍເນັ້ນໜັກບັນດາຜົນງານທີ່ກະໂດດຂັ້ນຂອງຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳສັງຄົມແຕ່ປີ 1975 ມາຮອດປະຈຸບັນ ແມ່ນປັດໄຈຕັດສິນຜົນສຳເລັດຂອງບັນດາເຫດການເປັນສະພານເຊື່ອມ ຢູ່ຫວຽດນາມ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນສາຍຕາຂອງເພື່ອນມິດສາກົນ ດ້ວຍຖານະແມ່ນໃຈກາງຂອງສັນຕິພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ການຮ່ວມມືພ້ອມກັນພັດທະນາ ເພື່ອ “ພື້ນຖານວັດທະນະທຳສັນຕິພາບ” ໃນຂອບເຂດທົ່ວໂລກ.