ລັດຖະສະພາເອີລົບຮັບຮອງເອົາພາກສ່ວນຂອງຄະນະກຳມະການເອີລົບ
ປະທານ EC Jean-Claude Juncker
(ພາບ: AFP/TTVN)
(vovworld) - ວັນທີ 22/10, ລັດຖະສະພາເອີລົບ (EP) ໄດ້ອະນຸມັດຜ່ານພາກສ່ວນໃນຄະນະກຳມະການເອີລົບ (EC) ໄລຍະ 2014 – 2019 ໂດຍທ່ານ Jean – Claude Juncker ເປັນປະທານດ້ວຍບັດສະໜັບສະໜູນ 423 ບັດ, ບັດຕ້ານ 209 ບັດ ແລະ ບັດຂາວ 67 ບັດ. ດັ່ງນັ້ນ, EC ດ້ວຍກຳມະການ 28 ທ່ານ, ໃນນັ້ນມີສະມາຊິກຍິງ 9 ທ່ານ, ອາດຈະເລີ່ມເຄື່ອນໄຫວແຕ່ວັນທີ 1/11/2014.
ກ່ອນໜ້ານັ້ນ, EP ໄດ້ໂອ້ລົມສົນທະນາກັບແຕ່ລະຜູ້ສະໝັກເລືອກຕັ້ງເຂົ້າຄະນະກຳມະການ EC, ໃນນັ້ນ, ອະດີດນາຍົກລັດຖະມົນຕີ Slovenia Alenka Bratusek, ຜູ້ສະໝັກເລືອກຕັ້ງໃຫ້ຕຳແໜ່ງກຳມະການຮັບຜິດຊອບພະລັງງານ, ທີ່ຖືກບັນດາສະມາຊິກ EP ຕີລາຄາແມ່ນບໍ່ທັນມີປະສົບການຢ່າງພຽງພໍ. ຈາກນັ້ນ, ທ່ານ Maros Sefcovic, ຊາວ Slovakia, ໄດ້ຮັບບົ່ງຕົວແທນໃຫ້ຕຳແໜ່ງດັ່ງກ່າວ. ກ່າວຄຳເຫັນຕໍ່ບັນດາສະມາຊິກລັດຖະສະພາ, ທ່ານ Juncker ໃຫ້ຮູ້ວ່າ: ໜຶ່ງໃນບັນດາບຸລິມະສິດຂອງອາຍຸການ 5 ປີຈະມາເຖິງແມ່ນ ຍາດຄວາມໄວ້ວາງໃຈໃນລະດັບສູງສຸດໃຫ້ແກ່ສະຫະພາບເອີລົບ (EU). ທ່ານ Juncker ຢັ້ງຢືນວ່າ: EU ຢາກເຊັນຂໍ້ຕົກລົງເຂດການຄ້າເສລີກັບ ອາເມລິກາ, ແຕ່ດ້ວຍເງື່ອນໄຂເຄົາລົບກົດໝາຍເອີລົບຢ່າງເຂັ້ມງວດ. ກ່ຽວກັບເລື່ອງ EU ຮັບສະມາຊິກໃໝ່, ທ່ານຖືວ່າວິວັດການເຈລະຈາກັບບັນດາຜູ້ສະໝັກເລືອກຕັ້ງຍາກທີ່ສິ້ນສຸດກ່ອນປີ 2019 ໄດ້.