ລັດເຊຍກ່າວຫາເຮືອບິນ ອາເມລິກາ ນາບຂູ່ຄວາມປອດໄພທາງການບິນພົນລະເຮືອນ
(VOVWORLD) -ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ເຮືອບິນລຳນີ້ຂຶ້ນກັບການຄຸ້ມຄອງຂອງ ອາເມລິກາ, ທ່ານນາງກໍ່ເນັ້ນໜັກວ່າ ບັນດາການກະທຳຂອງກອງທັບອາກາດ ອາເມລິກາ ພວມນາບຂູ່ຕໍ່ການບິນພົນລະເຮືອນ.
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: AFP/TTXVN) |
ວັນທີ 5 ທັນວາ, ລັດຖະບານ ລັດເຊຍ ໄດ້ກ່າວຫາວ່າ ເຮືອບິນ ອາເມລິກາ ໄດ້ນາບຂູ່ຄວາມປອດໄພທາງການບິນພົນລະເຮືອນ ເມື່ອມີເຮືອບິນ ໂດຍສານລຳໜຶ່ງຜູ້ຂອງ ລັດເຊຍ ຕ້ອງບິນຫຼຸດຄວາມສູງລົງ ເພື່ອຫຼີກລ້ຽງເຮືອບິນສອດແນມຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ນີ້.
ກ່ອນໜ້ານັ້ນ, ອົງການຂົນສົ່ງທາງການບິນ ສະຫະພັນ ລັດເຊຍ (Rosaviatsiya) ໃນວັນທີ 4 ທັນວາ ໃຫ້ຮູ້ວ່າ ຕອນເຊົ້າວັນທີ 3 ທັນວາ, ເຮືອບິນ CL-600 ຂອງ NATO ໄດ້ບິນຜ່ານເສັ້ນທາງບິນພົນລະເຮືອນຂອງເຮືອບິນລຳໜຶ່ງມີຜູ້ໂດຍສານ 142 ຄົນ ອອກເດີນທາງແຕ່ Tel Aviv ໄປຍັງມົດສະກູ ຂອງບໍລິສັດການບິນ ລັດເຊຍ Aeroflot. ເຮືອບິນຂອງ Aeroflot ຕ້ອງບິນຫຼຸດຄວາມສູງລົງ 500 ແມັດ ເພື່ອຮັກສາໄລຍະຄວາມປອດໄພ. ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ເຮືອບິນລຳນີ້ຂຶ້ນກັບການຄຸ້ມຄອງຂອງ ອາເມລິກາ, ທ່ານນາງກໍ່ເນັ້ນໜັກວ່າ ບັນດາການກະທຳຂອງກອງທັບອາກາດ ອາເມລິກາ ພວມນາບຂູ່ຕໍ່ການບິນພົນລະເຮືອນ.