ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev
(ພາບ: RIA Novosti)
|
(vovworld) – ລັດເຊຍ ຈະມີຫຼັກໝັ້ນແຂງກະດ້າງກັບ ຢູແກຼນ ຖ້າຫາກປະເທດບ້ານໃກ້ເຮືອນຄຽງນີ້ບໍ່ຊຳລະບັນດາບ້ວງໜີ້ຈາກສະໄໝລັດຖະບານອາຍຸການກ່ອນ. ກ່າວຄຳເຫັນທີ່ການຕອບສຳພາດນັກຂ່າວຊ່ອງໂທລະພາບ “Russian TV” ເມື່ອວັນທີ 23/5, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ຖະແຫຼງວ່າຖ້າຫາກສະພາບການມີການຜັນແປຕາມວິທີນີ້ ແນ່ນອນວ່າ ຢູແກຼນ ຈະຖືກລົ້ມລະລາຍ. ດັ່ງນັ້ນ, ມົດສກູ ຈະມີຫຼັກໝັ້ນແຂງກະດ້າງທີ່ສຸດ ໃນກໍລະນີນີ້ເພື່ອປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງປະເທດຕົນ.
ກ່ອນໜ້ານັ້ນ, ລັດເຊຍ ໄດ້ຄັດຄ້ານຢ່າງແຮງກົດໝາຍໃໝ່ຂອງ ຢູແກຼນ ທີ່ອະນຸຍາດໃຫ້ໂຈະການຊຳລະບັນດາບ້ວງໜີຂອງຕ່າງປະເທດ, ພ້ອມທັງຂົມຂູ່ຈະຮ້ອງຟ້ອງ ກີແອບ ຂຶ້ນສານຖ້າຫາກວ່າບໍ່ຈ່າຍບ້ວງເງິນກູ້ 3 ຕື້ USD ເຊິ່ງ ມົດສກູ ໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດິ ຜູ້ຖືກໂຄ່ນລົ້ມ Viktor Yanukovych ກູ້ຢື່ມເມື່ອເດືອນ 12/2013 ເພື່ອແທນທີເລື່ອງທ່ານນີ້ຖອນອອກຈາກຂໍ້ຕົກລົງຮ່ວມສຳພັນກັບສະຫະພາບ ເອີລົບ (EU).