ລັດເຊຍກ່າວເຕືອນໂລກພວມກາຍເປັນພາກພື້ນທີ່ອັນຕະລາຍ
ຜູ້ອຳນວຍການໃຫຍ່ອົງການສືບລາຊະການລັບ
ການຕ່າງປະເທດລັດເຊຍ Sergei Maryskin
(ພາບ: Sputnik/TTXVN)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມປ້ອງກັນຄວາມສະຫງົບສາກົນ ທີ່ພວມດຳເນີນຢູ່ມົດສະກູ, ວັນທີ 27/04, ຜູ້ອຳນວຍການໃຫຍ່ອົງການສືບລາຊະການລັບການຕ່າງປະເທດລັດເຊຍ Sergei Maryskin ຖະແຫຼງວ່າ, ໂລກພວມກາຍເປັນພາກພື້ນທີ່ອັນຕະລາຍ ບໍ່ພຽງແຕ່ຍ້ອນໄພນາບຂູ່ກໍ່ການຮ້າຍເທົ່ານັ້ນ, ຫາກຍ້ອນບັນດາອຸບ່າຍຂອງຝ່າຍຕາເວັນຕົກ ທີ່ດຳເນີນການເຈລະຈາບົນຫຼັກໝັ້ນນຳໃຊ້ກຳລັງອາວຸດ ແລະ ນາບຂູ່ນຳໃຊ້ກຳລັງອາວຸດ, ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ. ບໍ່ມີພາກພື້ນໃດ, ປະເທດໃດສາມາດຮັບປະກັນຈະຫຼິກລ້ຽງບັນດາການບຸກໂຈມຕີກໍ່ການຮ້າຍໄດ້. ໄພກໍ່ການຮ້າຍພວມກາຍເປັນພາກສ່ວນໜຶ່ງໃນການດຳລົງຊີວິດປະຈຳວັນ, ພິເສດແມ່ນຢູ່ບັນດານະຄອນໃຫຍ່. ການຮ່ວມມືສາກົນຕ້ານກໍ່ການຮ້າຍຕ້ອງໄດ້ປະຕິບັດຜ່ານບັນດາອົງການການທູດ ແລະ ບັນດາບັນຍັດສັງຄົມ ກໍຄືບັນດາອົງການປ້ອງກັນຄວາມສະຫງົບ.