(vovworld) - ລັດເຊຍ ຕີລາຄາວ່າແງ່ຫວັງອັນດີງາມເພື່ອຊຸກຍູ້ການຮ່ວມມືກັບສະພາຮ່ວມມືເຂດອ່າວ (GCC). ນີ້ແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ທີ່ການປະຊຸມຂ່າວຮ່ວມໃນວັນທີ 15/04 ຢູ່ມົດສະກູ ກັບຄູ່ຮ່ວມຕຳແໜ່ງ ກາຕາ Sheikh Mohammed Bin Abdulrahman Bin Jassim Al – Thani. ທ່ານ Lavrov ໃຫ້ຮູ້ທີ່ການເຈລະຈາວ່າ, 2 ຝ່າຍໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຍູ້ແຮງການພັດທະນາການພົວພັນຮ່ວມມືລະຫວ່າງລັດເຊຍ ແລະ GCC (ເຊິ່ງລວມມີ 6 ປະເທດຄື: Saudi Arabia, Qatar, Bahrain, Oman, Kuwait ແລະ ບັນດາປະເທດອາຣັບບີ ເອມມີເລດ). ລັດເຊຍ ເຫັນວ່າການພົວພັນຮ່ວມມືມີ້ມີແງ່ຫວັງອັນດີງາມ. ເມື່ອເຕື້ອງເຖິງການພົວພັນ 2 ຝ່າຍ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ, ທ່ານໄດ້ມີການເຈລະຈາທີ່ອຸດົມສົມບຸນ ແລະ ຖືລັກສະນະສ້າງສັນກັບຄູ່ຮ່ວມຕຳແໜ່ງກາຕາ, ປຶກສາຫາລືບັນດາບັນຫາຍັງຄົງຂ້າງ, ກີດຂວາງການພົວພັນຂອງ 2 ປະເທດເພື່ອພັດທະນາ.