ລັດເຊຍຕຳໜິຕິຕຽນຢູແກຼນ ຕັ້ງໃຈໄປຝືນກັບຂໍ້ຕົກລົງສັນຕິພາບ Minsk

(VOVWORLD) -ວັນທີ 24 ກຸມພາ, ກະຊວງການຕ່າງປະເທດລັດເຊຍ ໄດ້ຕຳໜິຕິຕຽນຂໍ້ຕົກລົງຫວ່າງມໍ່ໆມານີ້ຂອງຢູແກຼນ ກ່ຽວກັບເລື່ອງປະກາດໃຊ້ກົດໝາຍທ້ອນໂຮມເຂດດິນແດນທວງເອົາຄວາມເປັນເອກະລາດ Donbass ຄືນໃໝ່
ລັດເຊຍຕຳໜິຕິຕຽນຢູແກຼນ ຕັ້ງໃຈໄປຝືນກັບຂໍ້ຕົກລົງສັນຕິພາບ Minsk - ảnh 1 (ພາບປະກອບ: AFP/TTXVN)

ຖືວ່າ, ບາດກ້າວນີ້ເກືອບຄືວ່າ ປະຕິເສດຂໍ້ຕົກລົງສັນຕິພາບ Mink ທັງໝົດ ເຊິ່ງບັນລຸໄດ້ເມື່ອປີ 2015, ເຊິ່ງລວມທັງບັນດາມາດຕະການມຸ່ງໄປເຖິງມາດຕະການແກ້ໄຂໂດຍສັນຕິພາບໃຫ້ແກ່ການປະທະກັນ. ຕາມກະຊວງການຕ່າງປະເທດລັດເຊຍ ແລ້ວ, ກົດໝາຍດັ່ງກ່າວໄດ້ສ້າງພື້ນຖານໃຫ້ແກ່ການຄວບຄຸມເຂດດິນແດນດ້ວຍອາວຸດຢູ່ບັນດາເຂດ Donetsk ແລະ Lugansk, ຜ່ານນັ້ນ, ຫັນການຜັນຂະຫຍາຍກອງທັບຢູແກຼນ ຕ້ານສາມັນຊົນ ຖືກກັບກົດໝາຍ. ຖະແຫຼງການກໍ່ກ່າວເຕືອນວ່າ ຂໍ້ຕົກລົງດັ່ງກ່າວອາດຈະກໍ່ໃຫ້ເກີດບັນດາຜົນຮ້າຍທີ່ຍາກຈະຄາດຄະເນໄດ້ສຳລັບຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ