ລັດເຊຍຕຳໜິຕິຕຽນອາເມລິກາກ່ຽວກັບເລື່ອງເຮັດໃຫ້ລັດເຊຍຕົກຢູ່ໂດດດຽວຢູ່ສປຊ
ທ່ານ Gennady Gatilov, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ
(ພາບ: AFP/ TTXVN)
(vovworld) - ວັນທີ 28/4, ທ່ານ Gennady Gatilov, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ອອກສຽງຕຳໜິຕິຕຽນຖະແຫຼງການຂອງທຳນຽບຂາວກ່ຽວກັບເລື່ອງ “ລັດເຊຍຖືກຕົກຢູ່ໂດດດຽວຢູ່ສະຫະປະຊາຊາດ (ສປຊ)“. ກ່າວຄວາມເຫັນກັບວົງການສື່ມວນຊົນ, ທ່ານ Gatilov ສະແດງຄວາມແປກປະຫຼາດໃຈເມື່ອເຫັນວ່າໃນບັນດາຜົນງານ 100 ວັນທຳອິດທີ່ກຳອຳນາດຂອງປະທານາທິບໍດີ ອາເມລິກາ Donald Trump ນັ້ນ ໄດ້ເຕື້ອງເຖິງເລື່ອງເຮັດໃຫ້ ລັດເຊຍ ຕົກຢູ່ໂດດດຽວຢູ່ ສປຊ. ທ່ານ Gatilov ເນັ້ນໜັກວ່າ ນີ້ແມ່ນຄຳຖະແຫຼງ “ແປກປະຫຼາດ“ ທີ່ສຸດ, ໃນຂະນະທີ່ຫຼັກໝັ້ນຂອງ ລັດເຊຍ ແມ່ນຢາກຮ່ວມມືກັບທຸກປະເທດ, ກ່ອນອື່ນໝົດແມ່ນ ອາເມລິກາ ໃນຂອບເຂດ ສປຊ. ທ່ານຖືວ່າບໍ່ຄວນເຮັດໃຫ້ປະເທດໃດຕົກຢູ່ໂດດດຽວ, ຫາກຕ້ອງມານະພະຍາຍາມກວ່າອີກໃນການຊອກຫາບັນດາຈຸດລວມ, ຈາກນັ້ນຍົກອອກມາດຕະການແກ້ໄຂເພື່ອພ້ອມກັນເຫັນດີເຫັນພ້ອມຕໍ່ບັນດາບັນຫາທີ່ຍັງຄົງຄ້າງ.