ລັດເຊຍຖະແຫຼງບໍ່ຍອມຈຳນົນຕໍ່ຄວາມດັນຈາກຕ່າງປະເທດ

ລັດເຊຍຖະແຫຼງບໍ່ຍອມຈຳນົນຕໍ່ຄວາມດັນຈາກຕ່າງປະເທດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(ພາບ: AFP)

(​vovworld) – ໃນ​ຖະ​ແຫຼງ​ການ​ທີ່​ແຂງ​ກະ​ດ້າ​ງ​ເມື່ອ​ວັນ​ທີ 20/2, ທີ່​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ມີ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ບັນ​ຫາ ຢູ​ແກຼນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ກ່າວ​ເຕືອນ​ວ່າ: ບັນ​ດາ​ປະ​ເທດບໍ່​ຄວນ​​ລະ​ເມີ​ເຟີ​ຝັນ​ຈະ​ຍາດ​ໄດ້​ທ່າ​ດີດ້ານ​ການ​ທະ​ຫານ​ລືນ​ກາຍ ລັດ​ເຊຍ ຫຼື ​ຈະ​ກໍ່​ຄວາມ​ດັນ​ທຸກ​ຢ່າງ​ທີ່​ມີ​ຕໍ່​ປະ​ເທດນີ້. ທ່ານຢັ້ງ​ຢືນ​ວ່າ: ກອງ​ທັບ ລັດ​ເຊຍ ຍາມ​ໃດ​ກໍ່​ມີ “ການ​ໂຕ້​ຕອບ​ເໝາ​ະສົມ”, ພ້ອມ​ທັງ​ປະ​ກາດ​ວ່າ: ລັດ​ເຊຍ ຈະ​ສ້າງ​ແຜນ​ການ​ປະ​ກອບ​ເຮືອ​ບິນ​ສຸ້​ຮົບ, ນັບ​ຮ້ອຍ​ລຳ​ພ້ອມ​ກັບລູກ​ສອນ​ໄຟ​ໃໝ່​ກໍ່​ຄື​ ​ອາ​ວຸດ​ປະ​ເພດ​ຕ່າງໆ​ເພື​່ອ​ຫັນ​ກອງ​ທັບ​ເປັນ​ທັນ​ສະ​ໄໝ. ໂດຍບໍ່​ຫົວ​ຊາ​ຕໍ່​ເສດ​ຖະ​ກິດ ລັດ​ເຊຍ ຊຸດ​ໂຊມ​ຍ້ອນ​ລາ​ຄາ​ນ້ຳ​ມັນ​ຕົກ​ຕ່ຳ ແລະ ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່ ຢູ​ແກຼນ, ງົບ​ປະ​ມານ​ສະ​ໜອງ​ໃຫ້​ຂົງ​ເຂດ​ການ​ທະ​ຫານ​ຂອງ​ລັດ​ເຊຍ ໄດ້​ເພີ່ມ​ຂຶ້ນ​ປະ​ມານ 30% ໃນ​ປີນີ້.


ຂ່າວ/ບົດ​ອື່ນ