ລັດເຊຍຖະແຫຼງວ່າ ບັນດາຄຳກ່າວຫາຂອງຝ່າຍຕາເວັນຕົກແມ່ນບໍ່ມີຫຼັກຖານ
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov
(ພາບ:reuters)
|
(vovworld)- ຕໍ່ໜ້າຄຳກ່າວຫາຂອງອາເມລິກາ ແລະ ຝ່າຍຕາເວັນຕົກໂດຍຖືວ່າ ທະຫານລັດເຊຍໄດ້ແຊກຊຶມເຂົ້າດິນແດນ ຢູແກຼນ, ວັນທີ 29/8 ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຖະແຫຼງວ່າ ນີ້ບໍ່ແມ່ນຄັ້ງທຳອິດທີ່ບັນດາຄຳກ່າວຫາດັ່ງກ່າວຖືກຍົກອອກມາໂດຍບໍ່ມີພະຍານຫຼັກຖານໄປພ້ອມ.
ກ່ຽວກັບເລື່ອງລັດເຊຍຢາກສົ່ງຂະບວນລົດຊ່ວຍບັນເທົາທຸກມະນຸດສະທຳຂະບວນທີ 2 ໄປຍັງພາກຕາເວັນອອກ ຢູແກຼນນັ້ນ, ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrovໃຫ້ຮູ້ເມື່ອວັນທີ 28/8 ວ່າ ມົດສກູ ໄດ້ສ່ົງສານທາງການເຖິງກະຊວງການຕ່າງປະເທດ ຢູແກຼນແລ້ວ, ໃນນັ້ນໄດ້ກ່າວເຖິງບັນດາທັດສະນະຂອງກີແອບກ່ຽວກັບວິທີສົ່ງຂະບວນລົດດັ່ງກ່າວ. ກ່ອນນັ້ນ 1 ວັນ, ກະຊວງການຕ່າງປະເທດລັດເຊຍໄດ້ຮັບສານທາງການຂອງ ກະຊວງການຕ່າງປະເທດ ຢູແກຼນ ຊຶ່ງໄດ້ຍິນຍອມເຫັນດີກ່ຽວກັບຫຼັກການໃນຂໍ້ສະເໜີຂອງລັດເຊຍທີ່ສົ່ງເຄື່ອງບັນເທົາທຸກເຖິງພາກຕາເວັນອອກ ຢູແກຼນ ແລະ ຍົກອອກບັນດາທັດສະນະຂອງຢູແກຼນກ່ຽວກັບວິທີແກ້ໄຂສຳລັບ ຂະບວນລົດຊ່ວຍບັນເທົາທຸກມະນຸດສະທຳຂະບວນທີ 2ນີ້.