ລັດເຊຍຖະແຫຼງສະໜັບສະໜູນພາລະໜ້າທີ່ຂອງOSCEຢູ່ຢູແກຼນ

ລັດເຊຍຖະແຫຼງສະໜັບສະໜູນພາລະໜ້າທີ່ຂອງOSCEຢູ່ຢູແກຼນ - ảnh 1
ຜູ້ສັງເກດການ OSCE ເຈລະຈາກັບກຳລັງປ້ອງກັນຕົວ Crimea
(ພາບ: AFP)

(vovworld) – ວັນ​ທີ 22/3, ລັດ​ເຊຍ​ສະ​ແດງ​ຄວາມ​ຫວັງ​ວ່າ: ພາລະ​ໜ້າ​ທີ່ຕິດຕາມ​ກວດກາ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ສາກົນ (OSCE) ຢູ່ ຢູ​ແກຼນ ຈະ​ບັນ​ລຸ​ຜົນ​ສຳ​ເລັດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ບັນດາ​ຜູ້​ສັງ​ເກດ​ການ​ຂອງ OSCE ຈະ​ບໍ່​ສາມາດ​ໄປ​ຮອດ Crimea ພາຍຫຼັງ​ທີ່ ມົດ​ສະ​ກູ ​ໂອນ​ເອົາ​ແຫຼມ​ແຫ່ງ​ນີ້. ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຊີ້​ແຈ້ງວ່າ: “ຝ່າຍ​ລັດ​ເຊຍ ຫວັງ​ວ່າດ້ວຍຄວາມ​ພາ​ວະ​ວິ​ໄສ ​ແລະ ຍຸຕິ​ທຳຂອງ​ບັນດາ​ຜູ້​ສັງ​ເກດ​ການ​ສາກົນ​ຈະ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ພາຍ​ໃນ​ປະ​ເທດ​ຂອງ ຢູ​ແກຼນ ​ໄດ້, ຢຸດຕິ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຕ່າງໆ​ຂອງ​ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ, ບັນລຸ​ໄດ້​ຄວາມ​ປອງ​ດອງ​ຊາດ ​ແລະ ປະຕິບັດ​ບັນດາ​ສິດ​ສັງຄົມ, ການ​ເມືອງ, ພາສາ, ວັດທະນະທຳ, ການ​ສຶກສາ ​ແລະ ສາສະໜາ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ຢູ​ແກຼນ”. ຖະ​ແຫຼ​ງການ​ໃຫ້​ຮູ້​ວ່າ: ​ພາລະ​ໜ້າ​ທີ່​ນີ້ “ສອດຄ່ອງ​ບັນດາ​ຄວາມ​ຈິງ​ດ້ານ​ການ​ເມືອງ - ນິຕິ​ກຳ​ໃໝ່ ​ແລະ ຈະ​ບໍ່​​ແຜ່​ລາມ​ອອກ​ສູ່ Crimea ​ແລະ Sevastopol, ທີ່​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສະຫະພັນ​ລັດ​ເຊຍ.”

 


ຂ່າວ/ບົດ​ອື່ນ