ລັດເຊຍປະກາດຄຳສັ່ງຢຸດຍິງຢູ່ ຢູແກຼນ
ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຢູແກຼນ, ຝຣັ່ງ, ລັດເຊຍ ແລະ ເຢຍລະມັນ (ນັບແຕ່ເບື້ອງຊ້າຍ)
(ພາບ Reuters)
|
(vovworld) - ວັນທີ 18/2, ທີ່ກອງປະຊຸມປ້ອງກັນຄວາມສະຫງົບ Munich ຢູ່ ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ແຈ້ງໃຫ້ຮູ້ວ່າ, ຄຳສັ່ງຢຸດຍິງລະຫວ່າງກອງທັບ ຢູແກຼນ ແລະ ຝ່າຍແຍກຕົວອອກຢູ່ ຢູແກຼນ ຕາເວັນອອກ ຈະມີຜົນສັກສິດໃນວັນທີ 20/2. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຖືວ່ານີ້ແມ່ນສັນຍານທີ່ຕັ້ງໜ້າ, ແຕ່ກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງ “ບັນດາຄວາມຄືບໜ້າທີ່ສຳຄັນ“ ທີ່ກອງປະຊຸມ. ບັນດາຄວາມເຫັນຂອງ ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຖືກຍົກອອກມາພາຍຫຼັງທີ່ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Pavlo Klimkin ຖະແຫຼງວ່າ ທ່ານ “ບໍ່ເພິ່ງພໍໃຈ“ ຕໍ່ການເຈລະຈາຄັ້ງຕ່າງໆກັບ ຝລັ່ງ, ເຢຍລະມັນ ແລະ ລັດເຊຍ ທີ່ກອງປະຊຸມປ້ອງກັນຄວາມສະຫງົບ Munich ພຽງສອງສາມນາທີ, ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງກຳລັງ ຢູແກຼນ ແລະ ຝ່າຍແຍກຕົວອອກ.ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Sigmar Gabriel ໃຫ້ຮູ້ວ່າ, ບັນດາຝ່າຍເຂົ້າຮ່ວມນານເຈລະຈາ 4 ຝ່າຍໄດ້ເຫັນດີນຳໃຊ້ຜົນສະທ້ອນຂອງຕົນ ເພື່ອປະຕິບັດຂໍ້ຕົກລົງຢຸດຍິງແຕ່ວັນທີ 20/2 ເປັນຕົ້ນໄປ.