ລັດເຊຍປະກາດຈຸດເວລາຂໍ້ຕົກລົງກ່ຽວກັບເຂດປອດໄພຢູ່ຊີຣີເລີ່ມມີຜົນສັກສິດ
(VOVWORLD) - ຂໍ້ຕົກລົງກ່ຽວກັບບັນດາເຂດປອດໄພຢູ່ຊີຣີ ຈະມີຜົນສັກສິດນັບແຕ່ຕອນກາງຄືນ
vovworld) - ວັນທີ 05/05, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ຂໍ້ຕົກລົງກ່ຽວກັບບັນດາເຂດປອດໄພຢູ່ຊີຣີ ຈະມີຜົນສັກສິດນັບແຕ່ຕອນກາງຄືນ (ຮຸຸ່ງເຊົ້າວັນທີ 06/05 ຕາມເວລາຮ່າໂນ້ຍ), ແຕ່ກອງທັບອາກາດລັດເຊຍ ຈະສືບຕໍ່ບຸກໂຈມຕີອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ບັນດາສະຖານທີ່ແຫ່ງຕ່າງໆຢູ່ປະເທດຕາເວັນອອກກາງນີ້.
(ພາບປະກອບ: AP) |
ຕາມກະຊວງປ້ອງກັນປະເທດລັດເຊຍ ແລ້ວ, ເຂດປອດໄພແຫ່ງທຳອິດ ແລະ ໃຫຍ່ກວ່າໝູ່ຢູ່ພາກເໜືອຊີຣີ ລວມມີແຂວງ Idlib ແລະ ບັນດາເມືອງໃກ້ຄຽງຂອງບັນດານະຄອນ Latakia, Aleppo ແລະ Hama, ດ້ວຍຈຳນວນພົນລະເມືອງກວ່າ 10 ລ້ານຄົນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Alexander Fomin ໃຫ້ຮູ້ວ່າ, ຫຼັກໝັ້ນຂອງອາເມລິກາ ແມ່ນສ້າງເງື່ອນໄຂໃຫ້ການໄກ່ເກ່ຍດ້ານການເມືອງຢູ່ຊີຣີ ແລະ ການສະໜັບສະໜູນຂອງສະຫະປະຊາຊາດ, ອາເມລິກາ ແລະ ຊະອຸດີອາຣາເບຍ ທີ່ມີຕໍ່ຂໍ້ຕົກລົງກ່ຽວກັບເຂດປອດໄພດັ່ງກ່າວ ຊ່ວຍຮັບປະກັນການປະຕິບັດຂໍ້ຕົກລົງ.