ປະທານາທິບໍລັດເຊຍ Vladimir Putin
(ພາບ: google.com.vn)
(vovworld) - ວັນທີ 15/11, ປະທານາທິບໍລັດເຊຍ Vladimir Putin ໄດ້ປົດຕຳແໜ່ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ Yelena Kozlova ຜູ້ຮັບຜິດຊອບບັນຫາການເງິນ ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Dmitry Chushkin, ພ້ອມທັງແຕ່ງຕັ້ງເຈົ້າໜ້າທີ່ປ່ຽນແທນເຂົ້າໃນຕຳ ແໜ່ງດັ່ງກ່າວ. ຕາມລັດຖະດຳລັດຂອງປະທານາທິບໍດີ Vladimir Putin ແລ້ວ, ຕຳແໜ່ງດັ່ງກ່າວຖືກມອບໃຫ້ທ່ານຮອງປະທານຜູ້ທີໜຶ່ງຂອງຄະນະກຳມະການກະສີກຳ - ການທະຫານ ທີ່ຂຶ້ນກັບລັດຖະບານລັດເຊຍ Yury Borisov ແລະ ຮອງເຈົ້າຄອງນະຄອນມົດສະກູ Ruslan Tsalikov. ກ່ອນໜ້ານັ້ນ, ວັນທີ 6/11, ປະທານາທິບໍດີ Vladimir Putin ໄດ້ປົດຕຳແໜ່ງ ລັດຖະມົນຕີກະຊວງປ້ອງກັນປະເທດ Anatoly Serdyukov ແລະ ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ, ທັງເປັນຮອງລັດຖະມົນຕີທີໜຶ່ງ ກະຊວງປ້ອງກັນປະເທດ, ພົນເອກ Nikolai Makarov.