ລັດເຊຍປະຕິເສດຂໍ້ມູນຂ່າວກ່ຽວກັບແຜນສ້າງຕັ້ງຫົວໜ່ວຍປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີແນັດຮ່ວມກັບອາເມລິກາ

(VOVWORLD) -ວັນທີ 10 ກໍລະກົດ, ໂຄສົກວັງ Kremlin, Dmitry Peskov ຖະແຫຼງວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງອາເມລິກາ Donald Trump ບໍ່ມີຄຳໝັ້ນສັນຍາໃດໆກ່ຽວກັບການສ້າງຕັ້ງຫົວໜ່ວຍຮ່ວມງານລະຫວ່າງ 2 ປະເທດໃນຂົງເຂດປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີແນັດ.
ລັດເຊຍປະຕິເສດຂໍ້ມູນຂ່າວກ່ຽວກັບແຜນສ້າງຕັ້ງຫົວໜ່ວຍປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີແນັດຮ່ວມກັບອາເມລິກາ - ảnh 1 (ພາບປະກອບອີນເຕີແນັດ)

ເມື່ອຕອບສຳພາດຕໍ່ວົງການສື່ມວນຊົນຜ່ານໂທລະສັບ, ທ່ານ Dmitry Peskov ໃຫ້ຮູ້ວ່າ, ການນຳ 2 ທ່ານພຽງແຕ້ອອກຖະແຫຼງກຽມພ້ອມທີ່ຈະເຮັດວຽກຕາມທິດທາງດັ່ງກ່າວ.

        ກ່ອນໜ້ານັ້ນ, ໂດຍກ່່າວຄຳປາໄສຕໍ່ໜ້າວົງການສື່ມວນຊົນໃນວັນທີ 10 ກໍລະກົດ, ຢູ່ມົດສະກູ, ທ່ານນາງ Svetlana Lukash, ເຈົ້າໜ້າທີ່ລັດເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ຢູ່ສາທາລະນະລັດສະຫະພັນເຢຍລະມັນ ຜ່ານມາ, ໃຫ້ຮູ້ວ່າ, ໃນການເຈລະຈາຢູ່ນອກກອງປະຊຸມສຸດຍອດ G20, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການເຈລະຈາເປັນເວລາເກືອບ 40 ນາທີ ກ່ຽວກັບບັນຫາຄວາມປອດໄພທາງອິນເຕີແນັດ. ໃນການເຈລະຈາທ່ານປະທານາທິບໍດີ Putin “ໄດ້ສະເໜີສ້າງຕັ້ງຫົວໜ່ວຍປະຕິວັດງາມລວມ, ແຕ່ສິ່ງດັ່ງກ່າວບໍ່ໝາຍຄວາມວ່າການຮ່ວມມືຈະຖືກດຳເນີນໃນໄລຍະໄວໆນີ້”. ທ່ານນາງ Svetlana Lukash ເນັ້ນໜັກວ່າ, ນີ້ພຽງແມ່ນ “ຂໍ້ສະເໜີ” ເທົ່ານັ້ນ ແລະ ລັດເຊຍ ກໍ່ຕ້ອງມີເວລາເພື່ອພິຈາລະນາກ່ຽວກັບການສ້າງຕັ້ງຫົວໜ່ວຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ