ລັດເຊຍປະຕິເສດຄຳກ່າວຫາຂອງສືບລາຊະການລັບອາເມລິກາຢ່າງເປັນທາງການ
ໂຄສົກຂອງວັງ Kremlin ທ່ານ Dmitry Peskov
(ພາບ: AFP)
(vovworld) - ໃນປະຕິກິລິຍາທາງການທຳອິດສຳລັບບົດລາຍງານຂອງວົງການສືບລາຊະການລັບ ອາເມລິກາ ທີ່ກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ຜ່ານມາ, ວັນທີ 09/01, ວັງ Kremlin ໄດ້ກ່າວປະນາມບົດລາຍງານກ່ຽວກັບເລື່ອງບຸກໂຈມຕີທາງເຄືອຂ່າຍອິນເຕີແນັດໂດຍສືບລາຊະການລັບ ອາເມລິກາ ຍົກອອກ ແມ່ນໄຮ້ຫລັກຖານ ແລະ ບໍ່ມີລັກສະນະອາຊີບ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກຂອງວັງ Kremlin ທ່ານ Dmitry Peskov ຢືນຢັນວ່າ ບົດລາຍງານດັ່ງກ່າວ ຂາດການອ້າງຄາລົມຢ່າງແໜ້ນແຟ້ນ, ພຽງແຕ່ແມ່ນການຄາດຄະເນ ແລະ ກ່າວຜູກໂທດ ລັດເຊຍ ແບບໄຮ້ຫລັກຖານເທົ່ານັ້ນ. ລັດເຊຍ ປະຕິເສດທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງຢ່າງເດັດຂາດ.