ການປ່ຽນແປງຂອງດິນຟ້າອາກາດ ພວມນາບຂູ່ຄ້ຳປະກັນສະບຽງອາຫານອາຊີ-ປາຊີຟິກ
(ພາບ:domenal.com.vn)
( vovworld )- ວັນທີ 5/6, ວິທະຍຸກະຈາຍສຽງລັດເຊຍ ໄດ້ໃຫ້ຂ່າວກ່ຽວກັບບັນດາການເຄືອ່ນໄຫວກະກຽມໃຫ້ແກ່ກອງປະຊຸມເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຊື່ງຄາດວ່າຈະຈັດຂຶ້ນໃນຕົ້ນເເດືອນກັນຍາທີ່ຈະມາເຖິງຢູ່ Vladivostok ໄດ້ຮັບການກຽມພ້ອມແລ້ວ ຊື່ງບັນດາການເຄືອ່ນໄຫວນີ້ຈະຖືກຈັດຂຶ້ນຢູ່ນະຄອນຕ່າງໆຂອງລັດເຊຍ ແລະ ເລື່ອງຈັດຕັ້ງບັນດາການເຄືອ່ນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ APEC ຢູ່ທ້ອງຖິ່ນຕ່າງໆ ໄດ້ເຮັດໃຫ້ລັດເຊຍສາມາດສະແດງຄວາມສາມາດບົ່ມຊ້ອນດ້ານພູມປັນຍາ, ເຕັກໂນໂລຊີ ແລະ ຊັບພະຍາກອນທຳມະຊາດຂອງປະເທດຊາດ ຕໍ່ບັນດາຄູ່ຮ່ວມມືຕ່າງປະເທດ.
ກອ່ນໜ້ານັ້ນ, ລັດຖະມົນຕີກະສິກຳບັນດາປະເທດພາກພື້ນອາຊີ-ປາຊີຟິກ ຊື່ງລວມມີຈີນ, ຍີ່ປຸ່ນ, ສເກົາຫຼີ, ຫວຽດນາມ ແລະ ໄທ ໄດ້ຈັດການປະຊຸມຢູ່ Kazan ນະຄອນຫຼວງຂອງ Tatarstan ຂຶ້ກັບສະຫະພັນລັດເຊຍ ໃນສະພາບການທີ່ບັນຫາຄ້ຳປະກັນສະບຽງອາຫານພວມນັບມື້ນັບເຄັ່ງຕຶງ. ທີ່ການປະຊຸມນີ້, ຝ່າຍຕ່າງໆໄດ້ມີໂອກາດຕີລາຄາຄວາມສາມາດດ້ານທັນຍາຫານຂອງປະເທດຊາດ ແລະ ມີຄຳເຫັນວ່າ ລັດເຊຍ ສາມາດຊ່ວຍຄ້ຳປະກັນສະບຽງອາຫານໃຫ້ທົ່ວພາກພື້ນອາຊີໄດ້.