ລັດເຊຍພ້ອມແລ້ວທີ່ຈະເຈລະຈາຕໍ່ກຳນົດເວລາສົນທິສັນຍາ New START ກັບອາເມລິກາ
(VOVWORLD) -ບັນດາການເຈລະຈາໄດ້ແກ່ຍາວເປັນເວລາຫຼາຍເດືອນ ລະຫວ່າງ ລັດເຊຍ ແລະ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບການຕໍ່ກຳນົດສົນທິສັນຍາ New START ແຕ່ບໍ່ສາມາດຮັດແຄບຄວາມບໍ່ລົງລອຍກັນລົງໄດ້ ແລະ ສົນທິສັນຍານີ້ຈະໝົດອາຍຸໃນເວລາ 2 ອາທິດຈະມາເຖິງ.
ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ (ພາບ: Tass) |
ວັນທີ 18 ມັງກອນ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໄດ້ປະກາດວ່າ ມົດສະກູ ພ້ອມແລ້ວທີ່ຈະເຈລະຈາໂດຍໄວ ກັບອຳນາດການປົກຄອງຊຸດໃໝ່ຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ເພື່ອຕໍ່ກຳນົດເວລາສົນທິສັນຍາ ຫຼຸດຜ່ອນອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START), ຕາມແຜນການແລ້ວ ຈະໝົດຜົນສັກສິດໃນວັນທີ 5 ກຸມພາ ຈະມາເຖິງນີ້. ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາເພື່ອຮັກສາສົນທິສັນຍາ New STARTໄວ້ ແລະ ເນັ້ນໜັກວ່າ: ການບຸລິມະສິດສຳຄັນທີ່ສຸດແມ່ນ ສະພາບການຜິດປົກກະຕິໃນຂົງເຂດຄວບຄຸມ ອາວຸດ”.
ກ່ອນໜ້ານັ້ນ, ບັນດາການເຈລະຈາໄດ້ແກ່ຍາວເປັນເວລາຫຼາຍເດືອນ ລະຫວ່າງ ລັດເຊຍ ແລະ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບການຕໍ່ກຳນົດສົນທິສັນຍາ New START ແຕ່ບໍ່ສາມາດຮັດແຄບຄວາມບໍ່ລົງລອຍກັນລົງໄດ້ ແລະ ສົນທິສັນຍານີ້ຈະໝົດອາຍຸໃນເວລາ 2 ອາທິດຈະມາເຖິງ. ທ່ານ Joe Biden ໄດ້ອອກສຽງສະໜັບສະໜູນ ການຮັກສາ ສົນທິສັນຍາ New START ສະບັບນີ້.