ລັດເຊຍສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ສະໜອງການຊ່ວຍເຫຼືອມະນຸດສະທຳຕ້ານໂລກລະບາດ Covid - 19
(VOVWORLD) -ໃນຕອນບ່າຍວັນທີ 29 ຕຸລາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ສືບຕໍ່ສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ ສະຫະພັນລັດເຊຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN) |
ທ່ານນາງ Maria Zakharova ໄດ້ເນັ້ນໜັກວ່າ, ນັບແຕ່ເວລາເກີດໂລກລະບາດ Covid – 19 ຈົນມາຮອດປັດຈຸບັນ, ບົນເນື້ອໃນຈິດໃຈມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານ, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຫຼາຍແຫ່ງຂອງ ຫວຽດນາມ ໄດ້ມອບຜ້າອັດປາກ - ດັງ ແລະ ບັນດາອຸປະກອນຂ້າເຊື້ອຫຼາຍງວດໃຫ້ແກ່ລັດເຊຍ. ທ່ານນາງກໍ່ໃຫ້ຮູ້ວ່າ ໃນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງນັ້ນ, ລັດເຊຍ ແລະ ຫວຽດນາມ ພວມສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ຜ່ານບັນດາອົງການວິຊາສະເພາະ ແລະ ບັນດາອົງການຈັດຕັ້ງຂອງສອງຝ່າຍເພື່ອຕ້ານໂລກລະບາດ Covid – 19.
ໃນເຫດການທີ່ກ່ຽວຂ້ອງ, ຕາມວາລະສານ Borgen (ຂຶ້ນກັບໂຄງການ Borgen ໂດຍແມ່ນໜຶ່ງໃນບັນດາອົງການບໍ່ຂຶ້ນກັບລັດຖະບານແຖວໜ້າ ກ່ຽວກັບການຕ້ານຄວາມອຶດຫິວ ແລະ ທຸກຍາກຂອງອາເມລິກາ), ຫາກໍ່ມີບົດຂຽນຕີລາຄາກ່ຽວກັບສະພາບການໂລກລະບາດ Covid – 19 ຢູ່ ຫວຽດນາມ ແລະ ຜົນກະທົບຂອງໂລກລະບາດ ຕໍ່ປະເທດນີ້.
ບົດຂຽນຖືວ່າ ໂລກລະບາດ Covid – 19 ຢູ່ຫວຽດນາມບໍ່ອາດແກ່ຍາວໄດ້, ເຊິ່ງກົງກັນຂ້າມກັບບັນດາການຜັນແປຂອງ ມັນຢູ່ບັນດາປະເທດໃນໂລກ ຄື ອາເມລິກາ ຫຼື ເອີລົບ. ນີ້ແມ່ນຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໂດຍໄວ ຍ້ອນຍົກອອກຍຸດທະສາດວິໄຈຫາເຊື້ອ ອະນຸຍາດໃຫ້ສືບຫາບັນດາຜູ້ຕິດເຊື້ອພະຍາດ, ຈາກນັ້ນສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດໄດ້ຢ່າງມີປະສິດທິຜົນ.
ນອກຈາກນັ້ນ, ຄວາມສຳເລັດຂອງຫວຽດນາມໃນການຕໍ່ສູ້ກັບໂລກລະບາດ Covid – 19 ໄດ້ຊ່ວຍຫຼຸດຜ່ອນຜົນກະທົບຂອງໂລກລະບາດທີ່ມີຕໍ່ພື້ນຖານເສດຖະກິດ, ສືບຕໍ່ເດີນຕາມເສັ້ນທາງຫຼຸດຜ່ອນຄວາມທຸກຍາກ, ອຶດຫິວ ແລະ ມຸ່ງໄປສູ່ການພັດທະນາຂອງປະເທດຊາດ.