ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ລະ​ຫ່​ວາງ ອາ​ເມ​ລິ​ກາ ແລະ ອີ​ຣານ​ດ້ວຍ​ການ​ເຈ​ລະ​ຈາ

(VOVWORLD) -ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍໄດ້ຮຽກຮ້ອງໃຫ້ ອີຣານ ແລະ ອາເມລິກາ ແກ້ໄຂບັນດາຄວາມຂັດແຍ້ງກັນຜ່ານການເຈລະຈາ. ວັນທີ 17 ກຸມພາ, ເມື່ອຕອບສຳພາດຕໍ່ນັກຂ່າວ ຂອງສຳນັກໜັງສືພິມ ອີຕາລີ.
ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ລະ​ຫ່​ວາງ ອາ​ເມ​ລິ​ກາ ແລະ ອີ​ຣານ​ດ້ວຍ​ການ​ເຈ​ລະ​ຈາ - ảnh 1ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN)

ທ່ານ Lavrov ໃຫ້ຮູ້ວ່າ ມົດສະກູ ກ່າວປະນາມທຸກໆການກະທຳທີ່ໄປຝືນກັບບັນດາຫຼັກການຂອງກົດບັດ ສະຫະປະຊາຊາດ (ສປຊ) ແລະ ເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນ ປີນຂັ້ນໄດ. ຖະແຫຼງການຢັ້ງຢືນວ່າ ລັດເຊຍສະໜັບສະໜູນໂຄງການດຳເນີນງານທີ່ມີລັກສະນະສ້າງສັນ ແລະ ເປັນເອກະພາບ, ພ້ອມທັງຮຽກຮ້ອງ ຕ້ອງມີປະຕິກິລິຍາລວມຕໍ່ສິ່ງທ້າທາຍ, ໄພນາບຂູ່ຕ່າງໆ.

ເມື່ອເຕື້ອງເຖິງແຜນການສ້າງສັນຕິພາບ ຢູ່ ຕາເວັນອອກກາງ ທີ່ໄດ້ຮູ້ຈັກດ້ວຍຊື່ທີ່ວ່າ “ຂໍ້ຕົກລົງສະຕະວັດ” ໂດຍອາເມລິກາ ປະກາດ, ທ່ານ Lavrov ສະແດງຄວາມສົງໄສຕໍ່ປະສິດທິຜົນຂອງ ຂໍ້ຕົກລົງນີ້. ຕາມການສັງເກດການຂອງທ່ານແລ້ວ ວິທີການທີ່ໂດຍ ວໍຊິງຕັນຍົກອອກມານັ້ນ ແມ່ນຫງ່ຽງໄປທາງ ອິດສະລາແອັນ. ທ່ານ  Lavrov ຖືວ່າ ວິທີການສຳຜັດນີ້ເບີ່ງຄືວ່າ ຈະບໍ່ຊ່ວຍປັບປຸງສະພາບການໃນຕົວຈິງໃຫ້ດີຂຶຶ້ນຂໍ້ຕົກລົງນີ້ໄດ້ຮັບການປະຕິເສດຈາກປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ