(ພາບປະກອບ AFP/TTXVN)
(vovworld) – ລັດເຊຍ ພ້ອມແລ້ວທີ່ຈະຟື້ນຟູການຮ່ວມມືກັບ ອາເມລິກາ ໃນບັນດາບັນຫາຄວາມໝັ້ນຄົງຄື: ການສູ້ຮົບຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳເຄືອຂ່າຍອິນເຕີແນັດ. ເມື່ອຕອບສຳພາດຕໍ່ໜັງສືພິມ “Rossiiskaya Gazeta” ລາຍວັນສະບັບອອກວັນທີ 16/01, ທ່ານ Nikolai Patrushev ເລຂາສະພາຄວາມໝັ້ນຄົງ ລັດເຊຍ ໄດ້ສະແດງຄວາມລະມັດລະວັງ ເມື່ອຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມື ລັດເຊຍ - ອາເມລິກາ ພາຍຫລັງໄລຍະທີ່ການພົວພັນ 2 ຝ່າຍຖືກຢຸດສະງັກ ໃນສະໄໝຂອງປະທານາທິບໍດີ ອາເມລິກາ Barack Obama ຜູ້ທີ່ຈະສິ້ນສຸດອາຍຸການໃນວັນທີ 20/01 ຈະມາເຖິງ. ທ່ານ Patrushev ໃຫ້ຮູ້ວ່າ: ທ່ານບໍ່ມີຄວາມຫວັງຕໍ່ບັນດາການປັບປຸງ ຫຼື ຍົກເລີກບັນດາຄຳສັ່ງລົງໂທດຢ່າງວ່ອງໄວ ເຊິ່ງຝ່າຍຕາເວັນຕົກໄດ້ຕັ້ງໃຈຈັດວາງ ແນໃສ່ “ສະກັດກັ້ນ ລັດເຊຍ” ຍ້ອນ 2 ຝ່າຍພວມເລີ່ມຕົ້ນຈາກພື້ນຖານຕ່ຳທີ່ສຸດ.
ແລະໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ ລັດຖະບານ ລັດເຊຍ ເຫັນດີເປັນເອກະພາບຕໍ່ທັດສະນະຂອງປະທານາທິບໍດີ Trump ຜູ້ຫາກໍ່ໄດ້ຮັບໄຊຊະນາໃນການເລືອກຕັ້ງ ອາເມລິກາ ເມື່ອຖືວ່າ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຫລ້າຫລັງທີ່ສຸດ.