ປະທານາທິບໍດີລັດເຊຍ V. Putin
photo:baodautu.vn
|
(vovworld)- ວັນທີ 19/8, ທ່ານ Dmitry Peskov, ໂຄສົກຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ພວມສືບຕໍ່ກະກຽມໃຫ້ແກ່ຄວາມສາມາດນຳບັນດາມາດຕະການໂຕ້ຕອບເພີ່ມເຕີມ ເພ່ືອຮັບມືກັບກໍລະນີບັນດາປະເທດຝ່າຍຕາເວັນຕົກ ຈັດວາງບັນດາມາດຕະການລົງໂທດໃຫມ່. ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Nikolai Fyodorov, ລັດຖະມົນຕີກະຊວງກະສິກຳລັດເຊຍ ໃຫ້ຮູ້ວ່າ: ລັດເຊຍໄດ້ກຳນົດບັນຊີລາຍຊື່ບັນດາປະເທດນຳເຂົ້າອາຫານ ແທນໃຫ້ບັນດາຜະລິດ ຕະພັນຂອງບັນດາປະເທດ ເອີລົບ ແລະ ອາເມລິກາ, ຊື່ງແມ່ນບັນດາປະເທດຖືກລົງໂທດຕາມດຳລັດຂອງປະທານາທິບໍດີ Vladimir Putin ທີ່ໄດ້ຮັບການລົງນາມໃນວັນທີ 6/8 ຜ່ານມາ.
ກ່ຽວຂ້ອງເຖິງຄຳສັ່ງຫ້າມນຳເຂົ້າຂອງລັດເຊຍ, ບັນດາປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດ ນັ້ນແມ່ນ ໂປໂລຍ, ເລັດເວຍ, ສ ເຊັກ, ໂຮນລັງ, ແບນຊີກ ຊື່ງຄາດວ່າຖືກເສຍຫາຍກວ່າ 5,2 ຕື້ ເອີໂຣ, ໃນຂະນະນັ້ນ ຄວາມເສຍຫາຍຂອງທັງສະຫະພາບເອີລົບ ແມ່ນປະມານກວ່າ 12 ຕື້ ເອີໂຣ.