ພາບປະກອບຈາກ Reuters
(vovworld) – ໃນກອງປະຊຸມສະພາລັດເຊຍ - ນາໂຕ (NRC) ຖືກຈັດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ ເມື່ອວັນທີ 23/10, ລັດເຊຍ ແລະ ອົງການນາໂຕ ບໍ່ບັນລຸໄດ້ບັນດາຄວາມຄືບໜ້າໃດເພື່ອແນໃສ່ຮັດແຄບຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງລະບົບປ້ອງກັນລູກສອນໄຟຂອງ ເອີລົບ. ເຖິງຢ່າງໃດກໍ່ຕາມ, 2 ຝ່າຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມເພື່ອແກ້ໄຂການຖົກຖຽງກັນນີ້. ທ່ານເລຂາທິການໃຫຍ່ ນາໂຕ Anders Fogh Rasmussen ໃຫ້ຮູ້ວ່າ: ເຖິງວ່າບໍ່ທັນຊອກຫາມາດຕະການໃຫ້ແກ່ລະບົບປ້ອງກັນລູກສອນໄຟ ເອີລົບ, ແຕ່ການປຶກສາຫາລືຂັ້ນລັດຖະມົນຕີນີ້ໄດ້ຮັບການຕີລາຄາແມ່ນຕັ້ງໜ້າເພື່ອແນໃສ່ແກ້ໄຂບັນດາຄວາມວິຕົກກັງວົນທີ່ຍັງຄົງຄ້າງ. ທ່ານ Anders Fogh Rasmussen ຖືວ່າ: 2 ຝ່າຍຄວນສືບຕໍ່ເຈລະຈາຢ່າງກົງໄປກົງມາ ແລະ ແທດຈິງເພື່ອຜ່ານຜ່າຄວາມບໍ່ລົງລອຍກັນໃນປະຈຸບັນ.
ໃນຂະນະນັ້ນ, ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Sergei Shoigu ໄດ້ເຕື້ອງເຖິງທັດສະນະຂອງມົດສະກູ ວ່າ: ບັນດາແຜນການໂດຍ ອາເມລິກາ ນຳໜ້າເພື່ອແນໃສ່ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟເພື່ອຕ້ານຄືນການບຸກໂຈມຕີຈາກພາຍນອກເອີລົບ ອາດຈະນາບຂູ່ເຖິງຄວາມໝັ້ນຄົງຂອງລັດເຊຍ, ດັ່ງນັ້ນ ລັດເຊຍ ບໍ່ຮ່ວມມືກ່ຽວກັບບັນຫານີ້ຖ້າຫາກບໍ່ຄິດເຖິງບັນດາຄວາມວິຕົກກັງວົນ.