ລັດເຊຍແລະເຢຍລະມັນເຫັນດີສົ່ງເສີມການພົບປະສຸດຍອດກຸ່ມ Normandy ກ່ຽວກັບຢູແກຼນ

(VOVWORLD) -ວັນທີ 29 ສິງຫາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບສະພາບການຢູ່ຢູແກຼນ, ທັດສະນະກ່ຽວກັບຊີຣີ

ລັດເຊຍແລະເຢຍລະມັນເຫັນດີສົ່ງເສີມການພົບປະສຸດຍອດກຸ່ມ Normandy ກ່ຽວກັບຢູແກຼນ - ảnh 1ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ

ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບປະກອບ: AFP/TTXVN)

ກໍຄືການຮ່ວມມືຂົນສົ່ງນ້ຳມັນອາຍແກັດໃນອະນາຄົດ. ຕາມໂຄສົກຂອງລັດຖະບານເຢຍລະມັນ ທ່ານ Steffen Seibert ແລ້ວ, ໃນການໂອ້ລົມທາງໂທສະລັບ, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ແຜນການຈັດຕັ້ງກອງປະຊຸມສຸດຍອດຕາມຮູບແບບ Normandy - ລວມທັງບັນດາປະເທດຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ຢູແກຼນ - ເພື່ອແນໃສ່ສືບຕໍ່ປະຕິບັດຂໍ້ຕົກລົງ Minsk ກ່ຽວກັບການແກ້ໄຂການປະທະກັນຢູ່ຢູແກຼນຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ