ລັດເຊຍໃຫ້ສັດຕະຍາບັນ ສົນທິສັນຍາສ້າງຕັ້ງ EEU
(ພາບ: RIA Novosti )
(vovworld)- ວັນທີ 3/10, ປະທານາທິບໍດີລັດເຊຍ V.Putin ໄດ້ເຊັນໃຫ້ສັດຕະຍາບັນສົນທິສັນຍາສ້າງຕັ້ງສຳພັນທະມິດເສດຖະກິດອາຊີ-ເອີລົບ (EEU) ພາຍຫຼັງສະພາແຫ່ງຊາດປະເທດນີ້ຮັບຮອງເອົາເອກະສານສະບັບນີ້ເມື່ອທ້າຍເດືອນ 9/2014 ຜ່ານມາ. ເປັນອັນວ່າ, ລັດເຊຍກາຍເປັນປະເທດທຳອິດໃນຈຳນວນ 3 ປະເທດເຂົ້າຮ່ວມ EEU ລວມມີທັງເບລາຣຸດ ແລະ ກາຊັກສະຖານ ໄດ້ສຳເລັດບັນດາລະບຽບການດ້ານກົດໝາຍອັນຈຳເປັນເພື່ອໃຫ້ EEU ມີຜົນບັງຄັບໃຊ້ນັບແຕ່ວັນທີ 1/1/2015. ແຜນການສ້າງຕັ້ງ EEU ຖືກຍົກອອກມາປຶກສາຫາລື ແລະ ເຫັນດີເປັນເອກະສັນທີ່ການພົບປະລະຫວ່າງປະມຸກລັດ 3 ປະເທດ ເບລາຣຸດ, ກາຊັກສະຖານ ແລະ ລັດເຊຍ ເມື່ອເດືອນ 5/2014 ຜ່ານມາ. EEU ຖືກຕັ້ງຄວາມຫວັງວ່າຈະດຶງດູດການເຂົ້າຮ່ວມຂອງບາງປະເທດສາທາລະນະລັດອື່ນຂຶ້ນກັບໂຊວຽດເກົ່າຄື: ອາກເມເນຍ ແລະ ເກີຣຶສະຖານ./.