ລັດເຊຍ ກ່າວເຕືອນຈະໂຕ້ຕອບຖ້າຫາກວ່າ ອາເມລິກາ ຖອນຕົວອອກຈາກ INF

(VOVWORLD) - ຖ້າຫາກວ່າ ພາຍໃນ 60 ວັນບໍ່ມີການປ່ຽນແປງ, ອາເມລິກາ ຈະເລີ່ມດຳເນີນວິວັດທະນາການແກ່ຍາວເປັນເວລາ 6 ເດືອນ...

       ວັນທີ 5 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ລັດເຊຍ ຈະ ໂຕ້ຕອບ ຖ້າຫາກວ່າ ອາເມລິກາ ຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍ ໄລຍະກາງ (INF).

        ກ່ອນໜ້ານັ້ນ, ອາເມລິກາ ໄດ້ອອກ “ຄຳຂາດລັບ” ໂດຍມີເວລາ 60 ວັນເພື່ອໃຫ້ ລັດເຊຍ “ກັບຄືນສູ່” ການປະຕິບັດ ແລະ ສາມາດກວດກາ INF ໄດ້, ຖ້າຫາກວ່າ ພາຍໃນ 60 ວັນບໍ່ມີການປ່ຽນແປງ, ອາເມລິກາ ຈະເລີ່ມດຳເນີນວິວັດທະນາການແກ່ຍາວເປັນເວລາ 6 ເດືອນ ເພື່ອແນໃສ່ຖອນຕົວອອກຈາກສົນທິສັນຍາດັ່ງກ່າວ. ກ່າວຄຳເຫັນໃນຊ່ອງໂທລະພາບ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ: ມົດສະກູ ຄັດຄ້ານເລື່ອງຍົກເລີກຂໍ້ຕົກລົງນີ້, ແຕ່ວ່າ ອາເມລິກາ ຢາກຖອນຕົວອອກຈາກຂໍ້ຕົກລົງນີ້ມາແຕ່ດົນແລ້ວ ແລະ ຖິ້ມໂທດໃຫ້ ລັດເຊຍ ລະເມີດສົນທິສັນຍາສະບັບນີ້ເພື່ອຫາສາຍເຫດຖອນຕົວ

ຕອບກັບ

ຂ່າວ/ບົດ​ອື່ນ