ລັດ​ເຊຍ - ຕວັກ​ກີ - ອີ​ຣານ ຂຶ້ນ​ແຜນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ ຊີ​ຣີ

(VOVWORLD) - ວັນທີ 12 ກໍລະກົດ, ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໂຮມປະຊຸມກັບທ່ານປະທານາທິບໍດີ ຕວັກກີ Tayyip Erdogan ແລະ ຄູ່ຕຳແໜ່ງ ອີຣານ Ebrahim Raisi ຢູ່ ເຕເຮຣານ ໃນວັນທີ 19 ກໍລະກົດ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ.
ລັດ​ເຊຍ - ຕວັກ​ກີ - ອີ​ຣານ ຂຶ້ນ​ແຜນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ ຊີ​ຣີ - ảnh 1ການນຳ 3 ປະເທດ ລັດເຊຍ - ຕວັກກີ - ອີຣານ ຈະເຈລະຈາກ່ຽວກັບ ຊີຣີ (ພາບ: AFP)

ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະເດີນທາງໄປປະເທດ ອີຣານ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດ ຄັ້ງທີ 2 ຂອງການນຳ ນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານພິເສດ ຢູ່ ຢູແກຼນ ໃນວັນທີ 24 ກຸມພາ ຜ່ານມາ.

        ກ່ອນໜ້ານັ້ນ, ທີ່ການເຈລະຈາທາງໂທລະສັບໃນວັນທີ 10 ກໍລະກົດ, ທ່່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ Tayyip Erdogan ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົບປະສາມຝ່າຍກັບ ອີຣານ, ກໍຄືການຜັນຂະຫຍາຍກຳລັງທັບຢູ່ ຊີຣີ ຕາມກົນໄກສັນຕິພາບ Astana. ນີ້ແມ່ນສົນທິສັນຍາໂດຍ ລັດເຊຍ, ຕວັກກີ ແລະ ອີຣານ ອຸປະຖຳ ເພື່ອແນໃສ່ສະໜັບສະໜູນຂໍ້ຕົກລົງຢຸດຍິງຢູ່ ຊີຣີ, ເຊິ່ງໄດ້ຮັບຖືວ່າ ເປັນ “ກົນໄກທີ່ມີປະສິດທິຜົນທີ່ສຸດ” ໃນການແກ້ໄຂວິກິດການຢູ່ ຊີຣີ, ຢຸດຕິການປະທະກັນ ທີ່ແກ່ຍາວມາເປັນ 11 ປີ ຢູ່ປະເທດຕາເວັນອອກກາງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ