ລັດເຊຍ ມີຄວາມ ວິຕົກກັງວົນ NATO ກໍ່ຄວາມຂາດສະຖຽນລະພາບຢູ່ເອີລົບຕາເວັນອອກສ່ຽງເໜືອ
(ພາບປະກອບ: AFP/TTXV)
(vovworld) – ເລື່ອງອົງການ NATO ເພີ່ມທະວີບັນດາການຊ້ອມຮົບຢູ່ໃກ້ກັບເຂດຊາຍແດນຕິດກັບລັດເຊຍ ພຽງແຕ່ເຮັດໃຫ້ສະພາບການຢູ່ເຂດເອີລົບຕາເວັນອອກສ່ຽງເໜືອ ຂາດສະຖຽນລະພາບເທົ່ານັ້ນ. ວັນທີ 16/03, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Alexei Messhkov, ຖືວ່າ, ມົດສກູ ມີຄວາມວິຕົກກັງວົງຢ່າງເລິກເຊິ່ງຕໍ່ເລື່ຶອງບັນດາປະເທດ NATO ເພີ່ມທະວີການຊ້ອມຮົບຢູ່ໃກ້ກັບເຂດຊາຍແດນຕິດກັບລັດເຊຍ, ພິເສດແມ່ນເຂດເອີລົບຕາເວັນອອກສ່ຽງເໜືອ. ຄຳຖະແຫຼງດັ່ງກ່າວຂອງນັກການທູດລັດເຊຍ ຖືກຍົກອອກມາພາຍຫຼັງທີ່ທ່ານເລຂາທິການໃຫຍ່ NATO Jens Stoltenberg ຖະແຫຼງວ່າ, ໃນປີ 2015 ກຸ່ມທະຫານນີ້ ຈະເພີ່ມບັນດາການຊ້ອມຮົບດ້ວຍລະດັບ ແລະ ຂອບຂະໜາດໃຫຍ່ສຸດນັບແຕ່ຫຼັງສົງຄາມຢັນ, ກໍ່ຄືຍູ້ແຮງວິວັດທະນາການສ້າງກຳລັງຮັບມືໄວ (VJTF) ລວມມີທະຫານ 5.000 ຄົນ ທີ່ຜັນຂະຫາຍຢູ່ບັນດາປະເທດພັດທະມິດພາກຕາເວັນອອກຄື: ໂປໂລຍ ແລະ ບັນດາປະເທດ ບານຕິກ.