( vovworld ) - ກອງເສນາທິການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ ໄດ້ປະກາດວ່າ ກອງເຮືອທະເລດຳ ຂຶ້ນກັບກຳລັງກອງທັບເຮືອລັດເຊຍ ໄດ້ກ່ຽມພ້ອມຈະສົ່ງເຮືອຮົບເຖິງທ່າກໍາປັ່ນ Tartus ປະເທດຊີຣີ ດ້ວຍໜ້າທີ່ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ຖານທີ່ໝັ້ນທະຫານເຊິ່ງລັດເຊຍ ໄດ້ເຊົ່າຂອງຊີຣີ ຢູ່ທະເລເມດີເຕຣາເນ. ບັນດາກໍາປັ່ນສູ້ຮົບຈະເລີ່ມເດີນທະເລຈາກທ່າກໍ່າປັ່ນ Sevastopol ໄປຊີຣີ. ໃນຈຳນວນກໍາປັ່ນດັ່ງກ່າວ, ມີບັນດາກໍາປັ່ນໃຫຍ່ບັນທຸກທະຫານເຮືອຍົກພົນຂຶ້ນບົກຂອງລັດເຊຍ. ເດືອນ 1/2012, ກອງທັບເຮືອລັດເຊຍ ກໍສົ່ງຟູງກໍາປັ່ນສູ້ຮົບ ນຳໜ້າແມ່ນກໍາປັ່ນເດີນບິນທີ່ມີຊື່ຂອງແມ່ທັບເຮືອ Kuznetsov ໄປ Tartus, ບ່ອນທີ່ບັນດາກໍາປັ່ນສູ້ຮົບຂອງລັດເຊຍ ເຄີຍປະຈຳການແຕ່ປີ 1971 ມາຮອດປະຈຸບັນ.