(vovworld) - ກ່ອນນີ້ 70 ປີ, ຢູ່ນະຄອນ Stalingrad (ປະຈຸບັນແມ່ນ Volgograd) ທະຫານ ແລະ ປະຊາຊົນ ໂຊວຽດ ໄດ້ຮັບໄຊຊະນະອັນສະຫງ່າອົງອາດຕໍ່ຟາດຊິດ ເຢຍລະມັນ, ເປີດບາດລ້ຽວໃໝ່ໃນສົງຄາມໂລກຄັ້ງທີ 2 ແລະ ຍາມໃດກໍ່ໄດ້ຮັບຄວາມນັບຖືຈາກປະຊາຊົນ ໂຊວຽດ/ ລັດເຊຍ. ຢູ່ປະເທດລັດເຊຍ ພວມດຳເນີນການເຄື່ອນໄຫວຢ່າງສົມກຽດຕ່າງໆ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ Stalingrad. ວັນທີ 1/ 2 ເຂດທະຫານພາກໃຕ້ຂອງລັດເຊຍ ໄດ້ຈັດການສວນສະໜາມຂະໜາດໃຫຍ່, ດ້ວຍການເຂົ້າຮ່ວມຂອງພົນທະຫານກ່ວາ 650 ຄົນທີ່ໃສ່ເຄື່ອງແບບຂອງສະໄໝສົງຄາມປົກປັກຮັກສາປະເທດຊາດ ແລະ ບັນດາຍຸດທະພັນທີ່ທັນສະໄໝ. ຕອນຄຳ່ວັນທີ 1/ 2 ພາຍຫຼັງການຍິງບັ້ງໄຟດອກ, ປະຊາຊົນ Volgograd ແລະ ນັກທ່ອງທ່ຽວ ໄດ້ຮັບຟັງ, ຮັບຊົມ ແລະ ຮັບຮູ້ວ່າຕົນເອງພວມດຳລົງຊີວິດໃນຊຸມວັນເດືອນທີ່ດຸເດືອດ, ສະຫງ່າອົງອາດທີ່ສຸດຂອງບັ້ນຮົບກ່ອນນີ້ 70 ປີ. ຢູ່ນະຄອນຫຼວງ ມົດສະກູ, ໃນຕອນຄຳ່ວັນທີ 1/ 2 , ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃຫ້ການຕ້ອນຮັບຜູ້ແທນກ່ວາ 300 ທ່ານ ເຊິ່ງແມ່ນບັນດາອະດິດນັກຮົບ, ວິລະຊົນ ສະຫະພັນລັດເຊຍ, ບັນດາບຸກຄົນທີ່ໄດ້ເຂົ້າຮ່ວມບັ້ນຮົບຢູ່ Stalingrad. ທ່ານ ປະທານາທິບໍດີ Vladimir Putin ເນັ້ນໜັກວ່າ: ປະເທດລັດເຊຍ ບໍ່ອະນຸຍາດໃຫ້ລຶບລ້າງຄວາມສະຫງ່າອົງອາດຂອງບັນດານັກວິລະຊົນໃນບັ້ນຮົບ Stalingrad.