ລັດເຊຍ ສະແດງຄວາມເສຍດາຍຕໍ່ເລື່ອງ EU ປະຕິເສດຈັດຕັ້ງກອງປະຊຸມສຸດຍອດ
(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ສະແດງຄວາມຜິດຫວັງຕໍ່ເລື່ອງ EU ບໍ່ສະໜັບສະໜູນ ຂໍ້ສະເໜີດັ່ງກ່າວຂອງ Berlin ແລະ Paris.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN) |
ວັນທີ 25 ມິຖຸນາ, ວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຮູ້ສຶກເສຍດາຍເມື່ອບັນດາການນຳ ສະຫະພາບ ເອີລົບ (EU) ບໍ່ສະໜັບສະໜູນ ຂໍ້ສະເໜີຂອງ ເຢຍລະມັນ ແລະ ຝລັ່ງ ກ່ຽວກັບການເຊື່ອມຕໍ່ຄືນໃໝ່ບັນດາກອງປະຊຸມສຸດຍອດ ກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ສະແດງຄວາມຜິດຫວັງຕໍ່ເລື່ອງ EU ບໍ່ສະໜັບສະໜູນ ຂໍ້ສະເໜີດັ່ງກ່າວຂອງ Berlin ແລະ Paris. ຕາມທ່ານ Dmitry Peskov ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ ແລະ ຍັງຄົງມີຄວາມສົນໃຈຕໍ່ເລື່ອງປັບປຸງການພົວພັນຮ່ວມມືກັບ ມົດສະກູ ແລະ ບຣຸກແຊນ…