ລັດເຊຍ ຫ້າມພົນລະເມືອງ ອາເມລິກາ 963 ຄົນເຂົ້າເມືອງ
(VOVWORLD) -ຄຳຖະແຫລງຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ: ມາດຕະການນີ້ ເພື່ອແນໃສ່ໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ ເລັ່ງໃສ່ລັດເຊຍ.
ສຳນັກງານ ກະຊວງການຕ່າງປະເທດ ລັດເຊຍ. ພາບ:AFP/TTXVN |
Tວັນທີ 21 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ປະກາດບັນຊີລາຍຊື່ ລວມມີ ພົນລະເມືອງ ອາເມລິກາ 963 ຄົນ ຖືກຫ້າມເຂົ້າເມືອງ ລັດເຊຍ. ຄຳຖະແຫລງຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ: ມາດຕະການນີ້ ເພື່ອແນໃສ່ໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ ເລັ່ງໃສ່ລັດເຊຍ. ໃນບັນຊີລາຍຊື່ຜູ້ຖືກຫ້າມເຂົ້າເມືອງລັດເຊຍ ນັ້ນ ມີ ບັນດາເຈົ້າຫນ້າທີ່ແຖວຫນ້າຂອງ ອາເມລິກາ, ລວມມີ: ປະທານາທິບໍດີ ອາເມລິກາ Joe Biden, ລັດຖະມົນຕີການຕ່າງປະເທດ Antony Blinken, ຜູ້ອຳນວຍການອົງການສືບລາຊະການລັບສູນກາງ ອາເມລິກາ (CIA) William Burns, ຜູ້ອຳນວຍການອົງການສືບສວນສະຫະລັດ (FBI) Christopher Wray ແລະ ບັນດາເຈົ້າຫນ້າທີ່ອື່ນຊື່ງໄດ້ປະກາດຫ້າມເຂົ້າເມືອງຈາກກະຊວງການຕ່າງປະເທດ ລັດເຊຍ ກ່ອນຫນ້ານັ້ນ.