ລັດເຊຍ - ອາເມລິກາ ກະກຽມການ ປຶກສາຫາລືກ່ຽວກັບບັນຫາປ້ອງກັນ ລູກສອນໄຟ
(ພາບປະກອບ)
(vovworld) - ວັນທີ 01/02, ສຳນັກຂ່າວສານລັດເຊຍ Itar Tass ໃຫ້ຂ່າວວ່າ, ໃນເດືອນ 2 ນີ້, ທ່ານ Thomas Donilon, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ຈະໄປຢ້ຽມຢາມລັດເຊຍ. ເນື່ອງໃນໂອກາດນີ້, ທ່ານ Thomas Donilon ຈະສົ່ງຈົດໝາຍສະບັບໜຶ່ງຂອງທ່ານປະທານນາທິບໍດີອາເມລິກາ Barack Obama ເຖິງທ່ານປະທານາທິບໍດີລັດເຊຍ Vladiamia Putin, ໃນນັ້ນມີບັນດາຂ້ໍສະເໜີກ່ຽວກັບການຫຼຸດຜ່ອນອາວຸດຍຸດທະສາດ ແລະ ການຮ່ວມມືລະຫວ່າງ 2 ປະເທດກ່ຽວກັບລະບົບປ້ອງກັນລູກສອນໄຟ. ປະຈຸບັນຍັງບໍ່ທັນຮູ້ວ່າ ໃນຮອບເຈລະຈາທີ່ຈະມາເຖິງ ອາເມລິກາ ແລະ ລັດເຊຍ ຈະປຶກສາຫາລືນຳກັນກ່ຽວກັບບັນຫາລະອຽດໃດໆ. ແຕ່ວ່າ, ຕາມແຫຼ່ງຂ່າວຕ່າງໆໃຫ້ຮູ້, ອຳນາດການປົກຄອງອາເມລິກາ ໄດ້ກຽມພ້ອມການຕົກລົງກັບລັດເຊຍ ກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍຍຸດທະສາດ, ອາວຸດນິວເຄຼຍຍຸດທະວິທີ ແລະ ວິວັດການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ.
ປີ 2010, ລັດເຊຍ ແລະ ອາເມລິກາ ໄດ້ເຊັນສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (SRART - 3) ແລະ ເລີ່ມມີຜົນສັກສິດແຕ່ເດືອນ 2/2011. ຂໍ້ຕົກລົງນີ້ກຳນົດວ່າ, ລັດເຊຍ ແລະ ອາເມລິກາ ຈະຫຼຸດຜ່ອນຈຳນວນຫົວນິວເຄຼຍທີ່ມີຢູ່ແລ້ວ ໃຫ້ລົງເຫຼືອພຽງ 1.550 ຫົວ.