ລັດເຊຍ ແຕ່ງຕັ້ງອອກອັກ ຄະລັດຖະທູດຄົນໃໝ່ຢູ່ອາຊຽນ ແລະ ອິນໂດເນເຊຍ

ລັດເຊຍ ແຕ່ງຕັ້ງອອກອັກ ຄະລັດຖະທູດຄົນໃໝ່ຢູ່ອາຊຽນ ແລະ ອິນໂດເນເຊຍ - ảnh 1
ທ່ານ Mikhail Yurievich Galuzin
(ພາບ: AP)

(vovworld) -     ທ່ານ Mikhail Yurievich Galuzin, ນັກການ​ທູດອາວຸ​ໂສຂອງ​ສະຫະພັນ​ລັດ​ເຂ​ຍ ຫາ​ກໍ່​ໄດ້​ຮັບ​ແຕ່ງ​ຕັ້ງ​​ເປັນ​ເອກ​ອັກຄະ​ລັດຖະທູດຄົນ​ໃໝ່​ຂອງ​ລັດ​ເຊຍ ປະຈຳ ອີນ​ໂດ​ເນ​ເຊຍ ​ແລະ ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຖາວອນ​ຂອງ​ລັດ​ເຊຍ ປະຈຳ​ອາ​ຊຽນ. ນີ້​ແມ່ນ​ເນື້​ອ​ໃນ​​ເຊິ່ງສະຖານທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ອິນ​ໂດ​ເນ​ເຊຍ ຍົກ​ອອກ​ມາ​​ໃນແຈ້ງການ​ສື່​ມວນ​ຊົນ​ຫວ່າງ​ແລ້ວ​ນີ້, ທ່ານ Galuzin ອາຍຸ 52 ປີ, ​ໄດ້​ເຂົ້າ​ຮ່ວມ​ຂະ​ແໜງ​ການ​ທູດ​ແຕ່​ປີ 1983 ມາ​ຮອດ​ປະ​ຈຸ​ບັນ, ​ເຄີຍ​ເຮັດ​ວຽກ​ຢູ່​ສະຖານທູດ ສ.ສະຫະພັນ​ລັດ​ເຊຍ ປະຈຳ​ຍີ່ປຸ່ນ. ທ່ານ Galuzin ​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ກົມ​ອາຊີ 3, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ແຕ່​ປີ 2010, ​ຮັບຜິດຊອບ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທ່ານ Galuzin ຈະ​ຢືນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ແລະ ສານ​ມອບ​ໝາຍ​ໜ້າ​ທີ​ຕໍ່​ເລຂາທິການ​ໃຫຍ່​ອາ​ຊຽນ ​​​ໃນ​ໄລຍະ​ຈະ​ມາ​ເຖິງໂດຍ​ໄວ.

ຂ່າວ/ບົດ​ອື່ນ