ລັດເຊຍ ແລະ ສປປ ເກົາຫລີ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານການທະຫານ
(VOVWORLD) -ວັນທີ 17 ກັນຍາ, ສຳນັກຂ່າວສານສູນກາງ ສປປ ເກົາຫລີ ໄດ້ໃຫ້ຂ່າວວ່າ ການນຳ ສປປ ເກົາຫລີ Kim Jong Un ໄດ້ມີການປຶກສາຫາລືກັບລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ກ່ຽວກັບການເພີ່ມທະວີການຮ່ວມມື ແລະ ແລກປ່ຽນດ້ານການທະຫານສອງຝ່າຍ.
ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ພົບປະກັບການນຳ ສປປ ເກົາຫລີ ຢູ່ Vladivostok ໃນວັນທີ 16 ກັນຍາ. ພາບ:AFP/TTXVN |
ຕາມ KCNA ແລ້ວ, ການພົບປະແມ່ນດຳເນີນໃນວັນທີ 16 ກັນຍາ ຢູ່ Vladivostok ໃນຂອບເຂດການໄປປະຕິບັດງານຂອງການນຳ Kim Jong Un ໄປຍັງ ລັດເຊຍ ພາຍຫລັງການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 13 ກັນຍາ ຜ່ານມາ. KCNA ຊີ້ແຈງວ່າ: ສອງຝ່າຍ ໄດ້ແລກປ່ຽນຄຳເຫັນມີລັກສະນະສ້າງສັນກ່ຽວກັບບັນດາບັນຫາຄວາມຈິງທີ່ເກີດຂຶ້ນ ເພື່ອເພີ່ມທະວີການສົມທົບຍຸດທະສາດ ແລະ ຍຸດໂທບາຍກວ່າອີກ, ການຮ່ວມມື ແລະ ແລກປ່ຽນເຊິ່ງກັນ ແລະກັນ ລະຫວ່າງກຳລັງປະກອບອາວຸດສອງປະເທດກໍ່ຄືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.