ລັດເຊຍ ແລະ ອາເມລິກາ ຍັງຮັກສາການແລກປ່ຽນຂໍ້ມູນຂ່າວສານສືບລາດຊະການລັບຕ້ານການກໍ່ການຮ້າຍ

(VOVWORLD) -ວັນທີ 9 ທັນວາ, ຫົວໜ້າອົງການສືບລາດຊະການລັບຕ່າງປະເທດ ຂອງ ລັດເຊຍ Sergei Naryshkin ໃຫ້ຮູ້ວ່າອົງການນີ້ ແລະ ອົງການສືບລາດຊະການລັບສູນກາງ ອາເມລິການ (CIA) ປັດຈຸບັນຍັງຄົງຮັກສາການພົວພັນຄູ່ຮ່ວມມືສຸມໃສ່ການຕໍ່ສູ້ຕ້ານການກໍ່ການຮ້າຍ.

ຕອບສຳພາດຊ່ອງໂທລະພາບ Rossiya – 1, ທ່ານ Sergei Naryshkin ໃຫ້ຮູ້ວ່າ ຊ່ອງທາງພົວພັນດັ່ງກ່າວ ສຸມໃສ່ການຕໍ່ສູ້ຕ້ານການກໍ່ການຮ້າຍສາກົນ, ຄືການຮ່ວມມືຢ່າງຮອບດ້ານລະຫວ່າງ ໜ່ວຍສືບລາດຊະການລັບຂອງລັດເຊຍ ກັບເພື່ອນຮ່ວມອາຊີບ CIA. ສອງຝ່າຍແລກປ່ຽນຂໍ້ມູນຂ່າວສານລາດຊະການລັບ, ການເຄື່ອນໄຫວກ່ຽວກັບບັນດາບຸກຄົນ, ແຜນການຂອງບັນດາອົງການກໍ່ການຮ້າຍ. ຕາມທ່ານ Sergei Naryshkin ແລ້ວ, ການພົວພັນຄູ່ຮ່ວມມືຄືແນວນັ້ນ ແມ່ນມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ. ທ່ານ Sergei Naryshkin ກໍ່ເປີດເຜີຍວ່າ ທ່ານບໍ່ມີການຕິດຕໍ່ໃດໆ ກັບທ່ານນາງ Gina Haspel ຜູ້ອຳນວຍການ CIA ໃນປັດຈຸບັນ, ແຕ່ການພົວພັນຄູ່ຮ່ວມມືຂອງສອງຝ່າຍຍັງຄົງໄດ້ຮັບການຮັກສາ.

ຕອບກັບ

ຂ່າວ/ບົດ​ອື່ນ