(ພາບປະກອບ)
(vovworld) - ໂດຍບໍ່ຫົວຊາຕໍ່ຄວາມບໍ່ລົງລອຍກັນທີ່ພາໄປເຖິງຂໍ້ຕົກລົງຍົກເລີກການພົບປະຂັ້ນສຸດຍອດລະຫວ່າງ 2 ຝ່າຍໃນເດືອນ ກັນຍາ ທີ່ຈະມາເຖິງ ຢູ່ນະຄອນຫຼວງມົດສະກູ, ວັນທີ 09 ສິງຫາ, ອາເມລິກາ ແລະ ລັດເຊຍ ຍັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຄຳໝັ້ນສັນຍາດັ່ງກ່າວໂດຍ 2 ຝ່າຍຍົກອອກມາໃນການພົບປະ 2+2 ເຊິ່ງດຳເນີນໃນວັນທີ 09 ສິງຫາ ຢູ່ນະຄອນຫຼວງ ວໍຊິນຕັນ ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Chuck Hagel ກັບຜູ້ຮ່ວມຕຳແໜ່ງ 2 ທ່ານຂອງລັດເຊຍແມ່ນທ່ານ Sergei Lavror ແລະ ທ່ານ Sergei Shoigu. ທ່ານລັດຖະມົນຕີການຕ່າງປະເທດ John Kerry ຢືນຢັນວ່າ ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ແມ່ນສຳຄັນທີ່ສຸດ, ແຕ່ສັບສົນພໍສົມຄວນ. ແຕ່ວ່າ, ທີ່ການພົບປະ 2+2 ຄັ້ງນີ້, 2 ຝ່າຍໄດ້ເຫັນດີຊອກຫາວິທີການເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືນຳກັນ ແລະ ປັບປຸງການພົວພັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງແຜນການປ້ອງກັນລູກສອນໄຟຂອງອາເມລິກາ ຢູ່ເອີລົບ, ວິກິດການຢູ່ຊີຣີ, ບັນຫານິວເຄຼຍ ຂອງອີຣານ ແລະ ສປປ.ເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavror ກໍ່ຍ້ອມຮັບວ່າ ສະພາບການພົວພັນທີ່ຈະເກີດການຜິດຖຽນກັນງ່າຍລະຫວ່າງ 2 ປະເທດ, ແຕ່ທ່ານໄດ້ສະແດງຄວາມປາດຖະໜາວ່າ ທັງ 2 ຝ່າຍພ້ອມກັນດຳເນີນເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ, ກອນອື່ນໝົດແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavror ກໍ່ຢືນຢັນວ່າ 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ຕ້ອງຈັດຕັ້ງຮອບເຈລະຈາໃໝ່ກ່ຽວກັບຊີຣີ.