(vovworld) – ອົງການ NATO ແລະ ກະຊວງປ້ອງກັນປະເທດລັດເຊຍ ໄດ້ສ້າງຕັ້ງຊ່ອງຕິດຕໍ່ການສູ້ຮົບ 2 ຝ່າຍເພື່ອໃຫ້ 2 ຝ່າຍສາມາດແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ ໃນກໍ່ລະນີຄວາມເຄັ່ງຕຶງເພີ່ມຂຶ້ນ. ນີ້ແມ່ນຄັ້ງທຳອິດທີ່ 2 ຝ່າຍສ້າງຕັ້ງໂທລະສັບສາຍດ່ວນພາຍຫຼັງສົງຄາມເຢັນສິ້ນສຸດລົງ. ແຕ່ວ່າ, NATO ບໍ່ເວົ້າແຈ້ງຈຸດເວລາຊ່ອງຕິດຕໍ່ດັ່ງກ່າວເລີ່ມນຳເຂົ້າເຄື່ອນໄຫວ, ກໍ່ຄືລາຍລະອຽດຂອງ “ໂທລະສັບສາຍດ່ວນ” ຍ້ອນການເຄື່ອນໄຫວນີ້ຖືກດຳເນີນຢ່າງປິດລັບ. ໜັງສືພິມ Frankfurter Allgemeine Zeitung (FAZ) ຂອງ ເຢຍລະມັນ ໃຫ້ຮູ້ວ່າ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເຢຍລະມັນ Frank Ealter Steinmeier ເປັນຜູ້ຍົກອອກຂໍ້ລິເລີ່ມສ້າງຕັ້ງໂທລະສັບສາຍດ່ວນດັ່ງກ່າວ ເພື່ອແກ້ໄຂວິກິດການຢ່າງທັນການ ໃນລະພາບທີ່ການພົວພັນລະຫວ່າງລັດເຊຍ - ຝ່າຍຕາເວັນຕົກ ມີຄວາມເຄັ່ງຕຶງຫຼາຍຢ່າງທີ່ກ່ຽວຂ້ອງເຖິງຢູແຫຼນ.