ລະດູບານໃໝ່ຂອງປະເທດ ຊາດແຕ່ດ້ຽນບຽນ ເຖິງເຈື່ອງຊາ
(ພາບ: ditichhochiminhphuchutich.gov.vn)
(vovworld)- ນີ້ແມ່ນຫົວເລື່ອງຂອງວັນກາບກອນຫວຽດນາມ ຄັ້ງທີ 12 ຈັດຂຶ້ນໃນວັນເພັງເດືອນຈຽງ ໄລ່ຕາມຈັນທະປະຕິທິນຫວຽດນາມ (ກົງກັບວັນທີ 14/2/2014) ເພື່ອແນໃສ່ຍ້ອງຍໍສັນລະເສີນມູນເຊື້ອຮັກຊາດ, ຈິດໃຈເຄົາລົບຕໍ່ຊາດຕົນເອງ, ເຈດຈຳນົງຕໍ່ສູ້ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ. ນັກກະວີຫີ້ວຖິງ ປະທານສະມາຄົມນັກປະພັນຫວຽດນາມ ໃຫ້ຮູ້ວ່າ: ວັນກາບກອນຫວຽດນາມ ຖືກຈັດຕັ້ງຂຶ້ນຢູ່ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມຂອງກຳລັງໄວໜຸ່ມ ແລະ ສີສັນບັນດາຊົນເຜົ່າຫວຽດນາມ. ສະເພາະຢູ່ຮ່າໂນ້ຍ ແລະ 7 ແຂວງ, ນະຄອນ ຈະຈັດລາຍການສະແດງສິລະປະຢູ່ວັນມຽວ-ກວດຕຶ້ຢາມ ຄື: ການສະແດງຟ້ອນ, ຮ້ອງເພງຂອງຊາວເຜົ່າມົ້ງ-ແຂວງຮ່າຢາງ, ການສະແດງພິນຕິງແຂວງລ້າງເຊີນ, ຂັບກວານຫໍ້ບັກນິງ, ຟ້ອນກອງຫາຍເຢືອງ….