ລະດູບານໃໝ່ປີມະໂລງ 2024: ຊາວ ຫວຽດນາມ ອາໄສຢູ່ບັນດາປະເທດອາຟະລິກາຕາເວັນອອກຕ້ອນຮັບບຸນເຕັດ

(VOVWORLD) - ທີ່ເຫດການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ແລະ ບັນດາຜູ້ແທນໄດ້ເຊື່ອມຕົວເຂົ້າກັບບັນຍາກາດບຸນເຕັດປະຈຳຊາດ
ລະດູບານໃໝ່ປີມະໂລງ 2024: ຊາວ ຫວຽດນາມ ອາໄສຢູ່ບັນດາປະເທດອາຟະລິກາຕາເວັນອອກຕ້ອນຮັບບຸນເຕັດ - ảnh 1ທ່ານ ງວຽນນາມຕຽນ, ເອກອັກຄະລັດຖະທູດ ແລະ ຜູ້ແທນເຂົ້າຮ່ວມລາຍການ
(ພາບ: baoquocte.vn)

ຕອນຄ່ຳວັນທີ 27 ມັງກອນ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ Tanzania ໄດ້ຈັດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024, ຢູ່ສຳນັກງານສະຖານທູດ ທີ່ນະຄອນຫຼວງ Dar es Salaam. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ງວຽນນາມຕຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Tanzania, ທັງ ຮັບຜິດຊອບວຽກງານການທູດຢູ່ Kenya, Ethiopia, Rwanda, Uganda, Comoros, Somalia ແລະ Burundi, ຢືນຢັນວ່າ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ Tanzania ແລະ ຢູ່ບັນດາປະເທດອາຟະລິກາຕາເວັນອອກ ອື່ນແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້; ຜົນສຳເລັດຂອງພໍ່ແມ່ຊາວ ຫວຽດນາມ ຢູ່ປະເທດປະຈຳຖິ່ນແມ່ນໜຶ່ງໃນບັນດາປັດໄຈສຳຄັນເພື່ອປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງ ຫວຽດນາມ ກັບ Tanzania ແລະ ອາຟະລິກາຕາເວັນອອກ.

ທີ່ເຫດການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ແລະ ບັນດາຜູ້ແທນໄດ້ເຊື່ອມຕົວເຂົ້າກັບບັນຍາກາດບຸນເຕັດປະຈຳຊາດ, ພ້ອມກັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ເຂົ້າຮ່ວມລາຍການສະແດງສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ