ລະດັບເຕີບໂຕເສດຖະກິດຂອງຫວຽດນາມໃນປີ2015ຈະບັນລຸກວ່າ6,5%

ລະດັບເຕີບໂຕເສດຖະກິດຂອງຫວຽດນາມໃນປີ2015ຈະບັນລຸກວ່າ6,5% - ảnh 1

ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ປີ 2015 ຈະ​ບັນລຸ​ກວ່າ 6,5%

(vovworld) - ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ປີ 2015 ຈະ​ບັນລຸ​ກວ່າ 6,5%. ນີ້​ແມ່ນ​ຕົວ​ເລກ​ທີ່​ຖືກ​ຍົກ​ອອກ​ມາ​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 14 ຂອງ ກຳມາ​ທິການ​ເສດຖະກິດ​ ສະພາ​ແຫ່ງ​ຊາດ ທີ່​ນະຄອນ ​ໂຮ່ຈີ​ມິນ​ ໃນ​ຕອນ​ເຊົ້າ​ວັນ​ທີ 1/10. ຮອງ​ສາ​ສະ​ດາ​ຈານ, ດຣ ​ເຈິ່ນຮ່ວາງ​ເງິນ, ຖື​ວ່າ, ຕົວ​ເລກ ຄາດໝາຍ​ເສດຖະກິດ​ໃນ​ປີ 2016 ​ແມ່ນສາມາດ​ປະຕິບັດ​ໄດ້, ​ແຕ່​ຈຸດ​ສຸມ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ:

        “ຍ້ອນ​ທ່າ​ອ່ຽງຟື້ນ​ຟູ​ເສດຖະກິດ​ຂອງ​ຕົນ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ປີ​ໜ້າສູງ​ກວ່າ​ປີ​ນີ້. ພິ​ເສດ​ແມ່ນ​ເລື່ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການພັດທະນາ, ພວກ​ເຮົາ​ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ແນ່ນອນ. ພວກ​ເຮົາ​ໄດ້​ມີ​ປະຖົມ​ປັດ​ໃຈ​ເພື່ອ​ພັດທະນາ. ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ​ແມ່ນ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່. ປັດ​ໃຈ​ສັງຄົມ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ​ໃນ​ປີ 2016“.

        ຄາດ​ຄະ​ເນວ່າ​ໃນ​ປີ 2016, ພື້ນຖານ​ເສດຖະກິດ​ຫວຽດນາມ​ ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ເຊັ່ນ: ລາຄາ​ນຳ້ມັນ​ດີບ ​ແລະ​ ລາຄາ​ຜະລິດ​ຕະພັນ​ກະ​ເສດ​ໂລກ​ຈະ​ຫຼຸດ​ລົງ. ປີ 2016, ມີ​ຫຼາຍ​ຕົວ​ເລກ​ຄາດໝາຍ​ໄດ້​ວາງ​ອອກ​ເຊັ່ນ: ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ເພີ່ມ​ຂຶ້ນ​ປະມານ 6,7% ​ເມື່ອ​ທຽບ​ໃສ່​ປີ 2015, ຍອດ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ປະມານ 10% ​ເມື່ອ​ທຽບ​ໃສ່​ປີ 2015.

 

ຂ່າວ/ບົດ​ອື່ນ