ລະດົມກຳລັງໃຈຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ,ບື່ນຕົວຂຶ້ນໃນຊີວິດການເປັນຢູ່ ວັນພຸດ ທີ 10 ສິງຫາ ຄ.ສ. 2016 | 14:05:19 ທ່ານ ຮ່ວາງມິງທ໋ວານ ພ້ອມກັບລູກສອນຄົນຖືກຜົນສະທ້ອນຈາກທາດພິດສີສົ້ມ (vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10/8/1961 – 10/8/2016), ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ລອງອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລ, ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍທັງກ່ຽວກັບດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ສະມາຄົມໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ, ແຕ່ລະຫຼັງມີມູນຄ່າ 40 ລ້ານດົ່ງ, ໜູນຊ່ວຍແຕ່ລະຄອບຄົວຜູ້ປະສົບເຄາະຮ້າຍສ້ອມແປງເຮືອຊານດ້ວຍຈຳນວນເງິນ 10 ລ້ານດົ່ງ (ຈຳນວນເງິນນີ້ໂດຍບັນດາວິສາຫະກິດໃນບໍລິເວນແຂວງ ອຸປະຖຳ). ນອກຈາກນັ້ນ, ທາງສະມາຄົມກໍ່ໄດ້ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ 3 ຄອບຄົວຜູ້ປະສົບເຄາະຮ້າຍທີ່ປະສົບກັບຄວາມຫຍູ້ງຍາກເປັນພິເສດ, ທີ່ບໍ່ມີເຮືອນຢູ່ດ້ວຍຈຳນວນເງິນ 150 ລ້ານດົ່ງ, ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນແຂວງ 150 ພູດ, ເພື່ອແນໃສ່ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ, ສືບຕໍ່ບື່ນຕົວຂຶ້ນໃນຊີວິດການເປັນຢູ່. ວັນທີ 9/8, ແຂວງ ດົ່ງນາຍ ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນເປັນຄົນພິການ 11 ຄົນແຕ່ພະຍາຍາມບື່ນຕົວຂຶ້ນໃນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານທຳການຜະລິດ. ຕອບກັບ ສົ່ງ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ