ກອງປະຊຸມໃນວັນທີ 3/11
(vovworld) -ຕອນບ່າຍວັນທີ 3/11, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານການປະຊຸມກັບການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ນະຄອນຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຕິດຄັດໃນການການຜັນຂະຫຍາຍວຽກງານບຳບັດຢາເສບຕິດ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ, ສະພາບເສບຢາເສບຕິດໄດ້ເພີ່ມຂຶ້ນບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສຸຂະພາບ, ເຊື້ອພັນເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນໂດຍກົງເຖິງຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຊີວິດສັນຕິສຸກຂອງປະຊາຊົນອີກດ້ວຍ ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຫັນດີຕໍ່ທັດສະນະຂອງສະພາແຫ່ງຊາດແມ່ນໃຫ້ປະຕິບັດທົດລອງການສ້າງສູນຮັບເອົາຜູ້ຕິດໄພສັງຄົມໂດຍບັງຄັບ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ພິເສດແມ່ນທ້ອງຖີ່ນຕ່າງໆ ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍ, ສຶກສາບັນດາເປົ້າໝາຍເສບຢາເສບຕິດເຂົ້າສູນບຳບັດຜູ້ເສບຢາເສບຕິດດ້ວຍຄວາມສະໝັກໃຈ ເພື່ອປິ່ນປົວດ້ວຍ Methadone.