ຊາວໜຸ່ມກວາງນາມ ບໍລິຈາກເລືອດ
(ພາບ:tinhdoanqnam.vn)
( vovworld ) – ວັນທີ 14/6, ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ຈັດບັນດາການເຄືອ່ນໄຫວລະນຶກວັນໂລກເຊີດຊູຜູ້ບໍລິຈາກເລືອດ ຄືວັນທີ 14/6. ໃນຕອນເຊົ້າວັນທີ 14/6, ນະຄອນເກີນເທີ ໄດ້ຈັດການພົບປະສ້າງສັນ, ເຊີດຊູ 13 ຄອບຄົວ ແລະ ກ່ວາ 100 ບຸກຄົນດີເດັ່ນໃນຂະບວນການບໍລິຈາກເລືອດອາສາສະໝັກປີ 2012. ທີ່ພິທີ, ການນຳນະຄອນເກີນເທີ ໄດ້ຮຽກຮ້ອງໃຫ້ສືບຕໍ່ພັດທະນາຂະບວນການນີ້ໃນທົ່ວບໍລິເວນຢ່າງກ້ວາງຂວາງກ່ວາອີກ. ທ່ານ Huynh Tien Dung ຮອງຜູ້ປະຈຳການຄະນະຊີ້ນຳການບໍລິຈາກເລືອດອາສາສະໝັກນະຄອນໃຫ້ຮູ້ວ່າ:
“ນັບແຕ່ປີ 2012 ເປັນຕົ້ນໄປ, ຄະນະຊີ້ນຳການບໍລິຈາກເລືອດແຫ່ງຊາດ ໄດ້ມອບໜ້າທີ່ຕ້ອງຄ່ອຍໆເພີ່ມຄາດໝາຍໃນຊຸມປີຕໍ່ໄປ. ສະນັ້ນທາງນະຄອນເກີນເທີ ບໍ່ພຽງແຕ່ເອົາໃຈໃສ່ເບິ່ງແຍງໃຫ້ປະຊາຊົນເກີນເທີ ເທົ່ານັ້ນ ຫາກຍັງສືບຕໍ່ເອົາໃຈໃສ່ເບີ່ງແຍງໃຫ້ບັນດາແຂວງໃກ້ຄຽງຢູ່ເຂດທົ່ງພຽງແມ່ນ້ຳຂອງອີກດ້ວຍ. ຄະນະຊີ້ນຳສືບຕໍ່ ແລະ ເພີ່ມທະວີວຽກງານໂຄສະນາ, ປະຕິບັດຄາດໝາຍ ໜ້າທີ່ເປັນຢ່າງດີກ່ວາອີກ“