ລະນຶກ 55 ປີແຫ່ງວັນສ້າງຕັ້ງ ລາຍການສິລະປະ ເຍົາວະຊົນຂອງ VOV

ລະນຶກ 55 ປີແຫ່ງວັນສ້າງຕັ້ງ ລາຍການສິລະປະ ເຍົາວະຊົນຂອງ VOV - ảnh 1

ອະດີດຮອງປະທານປະເທດ Nguyen Thi Binh, ປະທານສະມາຄົມປົກປ້ອງ ເດັກຫວຽດນາມ Tran Thi Thanh Thanh, ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ  Vu Hai ໄດ້ເຂົ້າຮ່ວມລາຍການ

Vovworld- ຕອນ​ຄ່ຳ​ວັນ​ທີ 22/9, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາໄດ້ ຈັດລາຍການສະ​ແດງ​ສິລະ​ປະ​ທີ່​ມີ​ຫົວ​ເລື່ອງ : “ ຄວາມ​​ໃຝ່ຝັນ​ຂອງ​ເຍົາ​ໄວ ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ລາຍການ​ສິລະ​ປະ​ເຍົາວະ​ຊົນ ​ແລະ ກອງ​ສິລະ​ປະກອນ​ເຊີນ​ກາ ວິທະຍຸກະຈາຍສຽງຫວຽດນາມ. 55 ປີ​ທີ່​ຜ່ານ​ມາ, ສຽງ​ເພງ​ຂອງ ກອງ​ສິລະ​ປະກອນ​ເຊີນ​ກາ ວິທະຍຸກະຈາຍສຽງ ຫວຽດນາມ​ບໍ່​ພຽງ​ແຕ່ໄດ້​ດຶງ​ດູດ​ໃຈພວກ​ນ້ອງ​ເຍົາວະ​ຊົນ​ອະນຸຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ໃຈ​ບັນດາ​ຜູ້​ຟັງ​ເປັນ​ຊາວ​ໜຸ່ມ, ຜູ້​ອາຍຸ​ສູງ​ອີກ​ດ້ວຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ  Vu Hai ​ເນັ້ນ​ໜັ້ກວ່າ :

   “ ຕະຫຼອດ 55 ປີ​ທີ່​ຜ່ານ​ມາ, ລາຍການ​ນີ້​ໄດ້​ກາຍ​ເປັນ​ເພື່ອນ​ຜູ້​ສະໜິດ​ຕິດ​ພັນ, ປຸກລະດົມ​ຄວາມ​ໃຝ່ຝັນ​ຂອງພວກ​ນ້ອງ​ເຍົາວະ​ຊົນ​ເພື່ອ​ໃຫ້​ພວກ​ນ້ອງ​ສູ້​ຊົນ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ດີ. ຈາກ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ອອກ​ອາກາດ 15 ນາ​ທີ​ຕໍ່​ວັນ, ມາ​ຮອດ​ປະຈຸ​ບັນ, ​ໄດ້​ກາຍ​ເປັນ​ລະບົບ​ລາຍການ​ທີ່​ອຸດົມສົມບູນ. ບັນລຸ​ໄດ້​ໝາກຜົນ​ເຊັ່ນ​ນັ້ນ, ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ຈິດ​ໃຈ​ຂອງ​ນັກ​ດົນຕີ, ນັກ​ເຕັກນິກ​ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຂີດ​ຂອງວິທະຍຸກະຈາຍສຽງຫວຽດນາມ ”

 

ຂ່າວ/ບົດ​ອື່ນ