ລາຄານ້ຳມັນດິບຖືກຕົກລາຄາລົງໃນລະດັບຕ່ຳສຸດໃນກວ່າທົດສະວັດຜ່ານມາ
(ພາບປະກອບ)
(vovworld) - ລາຄານ້ຳມັນດິບໃນຕະຫຼາດອາເມລິກາ ໃນການຕິດຕໍ່ຄ້າຂາຍເທື່ອສຸດທ້າຍເມື່ອວັນທີ 21/12 ໄດ້ຫຼຸດລົງລະດັບຕ່ຳສຸດໃນ 11 ປີຜ່ານມາ, ຕົ້ນຕໍແມ່ນຍ້ອນແຫຼ່ງສະໜອງເຫຼືອເກີນ ໃນສະພາບທີ່ພື້ນຖານເສດຖະກິດອາເມລິກາ ຕົກລົງຍົກເລີກຄຳສັ່ງຫ້າມສົ່ງອອກນຳ້ມັນ ເຊິ່ງເຄີຍໄດ້ນຳໃຊ້ໃນຕະຫຼອດໄລຍະ 40 ປີຜ່ານມາ. ຢູ່ຕະຫຼາດນິວຢອກ, ລາຄານ້ຳມັນ Bernt ທີ່ໄດ້ປະກາດຂາຍໃນເດືອນ 02/2016 ຫຼຸດ 1,4% ລົງເຫຼືອພຽງ 36,35 USD/ຖັງ, ຊຶ່ງແມ່ນລະດັບຕຳ່ສຸດນັບແຕ່ເດືອນ 07/2004.
ລາຄານຳ້ມັນພວມຖືກກຳລັງດັນໃຫ້ຫຼຸດລົງຢ່າງແຮງ ພາຍຫຼັງທີ່ການປະຊຸມຂ່າວເມື່ອຕົ້ນເດືອນ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ຕົກລົງຮັກສາປະລິມານການຜະລິດ ໂດຍບໍ່ຫົວຊາຕໍ່ຄວາມຕ້ອງການຕ່ຳ ແລະ ແຫຼ່ງສະໜອງເຫຼືອເກີນ. ຕາມບັນດານັກໄຈ້ແຍກແລ້ວ, ສະພາບການສະໜອງເຫຼືອເກີນຈະສືບຕໍ່ແມ່ນປັດໃຈຕົ້ນຕໍ ສົ່ງຜົນສະທ້ອນເຖິງລາຄານ້ຳມັນໃນໄລຍະສັ້ນ.