ລາງວັນ​ຄ້ອ​ນ​ຕີ​ກ່ຽວ​ຄຳ: ສ່ອງ​ແສງ​ບັນ​ດາ​ເຫດ​ການ, ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຂອງ​ພັກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ທັນ​ການ

(VOVWORLD) - ຈາກ 120 ຜົນງານທີ່ສະພາຄັດເລືອກໄດ້ຄັດຈ້ອນມາ, ສະພາກຳມະການ ໄດ້ພິຈາລະນາ, ຄັດເລືອກເອົາບັນດາຜົນງານດີເດັ່ນ ເພື່ອມອບລາງວັນ A 6 ລາງວັນ, ລາງວັນ B 12 ລາງວັນ, ລາງວັນ C 18 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ.
ລາງວັນ​ຄ້ອ​ນ​ຕີ​ກ່ຽວ​ຄຳ: ສ່ອງ​ແສງ​ບັນ​ດາ​ເຫດ​ການ, ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຂອງ​ພັກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ທັນ​ການ - ảnh 1 ພິທີມອບລາງວັນຄ້ອນຕີກ່ຽວຄຳ ຄັ້ງທີ  VII  (ພາບປະກອບ:VOV)

ພິທີມອບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການກໍ່ສ້າງພັກ (ລາງວັນຄ້ອນຕີກ່ຽວຄຳ) ຄັ້ງທີ VIII - ປີ 2023 ໄດ້ດຳເນີນໃນຕອນຄ່ຳວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ. ປີນີ້, ມີຜົນງານເຂົ້າຮ່ວມການເສັງທັງໝົດ ກວ່າ 2.200 ຜົນງານ. ຈາກ 120 ຜົນງານທີ່ສະພາຄັດເລືອກໄດ້ຄັດຈ້ອນມາ, ສະພາກຳມະການ ໄດ້ພິຈາລະນາ, ຄັດເລືອກເອົາບັນດາຜົນງານດີເດັ່ນ ເພື່ອມອບລາງວັນ A 6 ລາງວັນ, ລາງວັນ B 12 ລາງວັນ, ລາງວັນ C 18 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ. ບັນດາຜົນງານເຂົ້າຮ່ວມການເສັງຊີງລາງວັນປີນີ້ ສືບຕໍ່ມີຄວາມຫຼາກຫຼາຍ ບໍ່ທັງດ້ານຫົວຂໍ້, ຮູບແບບ ຕະຫຼອດຮອດພາກສ່ວນເຂົ້າຮ່ວມ ເຊິ່ງມາຈາກອົງການສື່ມວນຊົນຂອງບັນດາແຂວງ, ນະຄອນໃນທົ່ວປະເທດ. ຜົນງານສ່ວນຫຼາຍແມ່ນປິ່ນອ້ອມບັນດາບັນຫາຮ້ອນເຮັ່ງ, ເຫດການພົ້ນເດັ່ນ, ໜ້າທີ່ຈຸດສຸມຂອງລະບົບການເມືອງ ແລະ ປະເທດຊາດ. ຫຼາຍຜົນງານສ່ອງແສງບັນດາບັນຫາສະຖານະການຂອງວຽກງານກໍ່ສ້າງ, ປັບປຸງພັກໄດ້ຢ່າງເລິກເຊິ່ງ.

        ປີ 2023 ແມ່ນປີທີ 3 ທີ່ຫວຽດນາມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ. ທົ່ວລະບົບການເມືອງ ໄດ້ຕັ້ງໜ້າປະຕິບັດບັນດາເປົ້າໝາຍ, ໜ້າທີ່ ແລະ ວຽກງານຈຸດສຸມຂອງທັງອາຍຸການ, ແລະ ບັນດາເນື້ອໃນນີ້ ໄດ້ຮັບຮູ້, ສ່ອງແສງຢ່າງມີຊີວິດຊີວາ ແລະ ທັນການຜ່ານບັນດາຜົນງານເຂົ້າຮ່ວມການເສັງຊີງລາງວັນ ຄ້ອນຕີກ່ຽວຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ