ລາງວັນຕົນດຶກທັ໋ງ, ຫຼາຍຂໍ້ລິເລີ່ມ, ການດັດປັບເຕັກນິດ ສ້າງມູນຄ່່ານັບຕື້ດົງ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດປະທານຕົນດຶກທັ໋ງ (20 ສິງຫາ 1888 – 20 ສິງຫາ 2018), ຕອນເຊົ້າວັນທີ 19 ສິງຫາ, ສະຫະພັນແຮງງານນະຄອນໂຮ່ຈີມິນ ສົມທົບກັບ ໜັງສືພິມ ໄຊງ່ອນຢາຍຟ໋ອງ (ແປວ່າ: ປົດປ່ອຍໄຊງ່ອນ) ໄດ້ຈັດພິທີມອບລາງວັນ ຕົນດຶກທັ໋ງ ຄັ້ງທີ 18 ປີ 2018.

ລາງວັນຕົນດຶກທັ໋ງ, ຫຼາຍຂໍ້ລິເລີ່ມ, ການດັດປັບເຕັກນິດ ສ້າງມູນຄ່່ານັບຕື້ດົງ - ảnh 1

 ພິທີມອບລາງວັນ ຕົນດຶກທັ໋ງ ຄັ້ງທີ 18 ປີ 2018

 ໂດຍໄດ້ຮັບການຊົມເຊີຍ ແລະ ຮັບໃບຍ້ອງຍໍໃນຄັ້ງນີ້ ມີສ່ວນບຸກຄົນ 11 ຄົນ ເຊິ່ງເປັນກໍາມະກອນ, ວິສະວະກອນ ທີ່ມີຫຼາຍຂໍ້ລິເລີ່ມ, ປັບປຸງເຕັກນິກ ນໍາມາເຊິ່ງມູນຄ່າຫຼາຍຢ່າງໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຄື່ອງກົນຈັກ, ໄຟຟ້າພົນລະເຮືອນ, ໄຟຟ້າອຸດສາຫະກໍາ ແລະ ກະສິກໍາໝູນໃຊ້ເຕັກໂນໂລຢີສູງ...

        ມາຮອດປັດຈຸບັນ, ຜ່ານການຈັດພິທີມອບລາງວັນດັ່ງກ່່າວມາເປັນ 18 ຄັ້ງແລ້ວ, ມີກໍາມະກອນ, ວິສະວະກອນຈໍານວນ 191 ຄົນ ໄດ້ຖືເປັນກຽດຮັບລາງວັນທີ່ຖືຊື່ປະທານຕົນດຶກທັ໋ງ.

ຕອບກັບ

ຂ່າວ/ບົດ​ອື່ນ